ສຳ​ເລັດ​ການ​ເຈາະ​ອຸ​ມົງ​ແຫ່ງ​ທຳ​ອິດ​ເສັ້ນທາງ​ລົດ​ໄຟ​ສາ​ກົນ​ຈີນ-ລາວ
2017-07-20 11:14:29  cri 
​ເຈົ້າ​ໜ້າ​ທີ່​ຫ້ອງ​ການທາງ​ລົດ​ໄຟ​ຄຸນ​ມິງ ສ​ປ ຈີນ​ແຈ້ງວ່າ: ອຸ​ມົງ​ຊົງ​ຊ່ຽງໝາຍ​ເລກ 3 ເຊິ່ງ​ເປັນ​ອຸ​ມົງ​ແຫ່ງ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ຢູ້​ຊີ່-ບໍ່​ຫານ ທາງ​ຜ່ານ​ສາ​ກົນ​ຈີນ-ລາວ​ທີ່​ຮັບ​ເໝົາ​ກໍ່​ສ້າງ​ໂດຍ​ພະ​ແນກ​ໂຄງ​ການ​ທາງ​ລົດ​ໄຟ​ຢູ້​ຊີ່-ບໍ່​ຫານ ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ໝາຍ​ເລກ 18 ​ນັ້ນ​ໄດ້​ສຳ​ເລັດ​ການ​ເຈາະ​ທະ​ລຸແລ້ວເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ການ​ກໍ່​ສ້າງທາ​ງ​ລົດ​ໄຟ​ຈີນ-ລາວ​ຍ່ານ​​ໃນ​ປະ​ເທດ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ຢ່າງ​ຍິ່ງ​ໃຫຍ່.

ອຸ​ມົງ​ຊົງ​ຊ່ຽງ​ໝາຍ​ເລກ 3 ທີ່ຍາວ 220 ແມັດ​ໄດ້​ລົງ​ມື​ກໍ່​ສ້າງ​ຢ່າ​ງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ເມ​ສາ​ຜ່ານ​ມາ ແລະ​ເຖິງວ່າປະ​ສົບ​ຄວາມ​ຫຍຸ້ງ​ຍາກໃນ​ການກໍ່​ສ້າງຫຼາຍ​ສົມ​ຄວນ​,​ແຕ່​ຄວາມ​ບຸກ​ບືນ​ສູ້​ຊົນ​ຂອງ​ນັກ​ວິ​ຊາ​ການ​ແລະ​ກຳ​ມະ​ກອນ​ມາ​ເປັນ​ເວ​ລາ 100 ກວ່າ​ວັນ ​ໃນ​ທີ່​ສຸດກໍເຈາະ​ທະ​ລຸ​ຕາມ​ແຜນ​ການ.

ທາງ​ລົດ​ໄຟ​ສາ​ກົນ​ຈີນ-ລາວ​ເລີ່ມ​ຈາກ​ເມືອງ​ຄຸນ​ມິງ ຜ່ານ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ,ເມື​ອງ​ຢູ້​ຊີ່,ພູ​ເອີ ແລະ ​ອື່ນໆຜ່ານ​ດ່ານ​ຊາຍ​ແດນ​ບໍ່​ຫານ-ບໍ່​ເຕັນ​ລະ​ຫວ່າງ​ສອງ​ປະ​ເທດ ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນ ສ​ປປ ລາວ ມີ​ຄວາມ​ຍາວ​ທັງ​ໝົດ 1000 ກິ​ໂລ​ແມັດ ແລະ​ປັດ​ຈຸ​ບັນ​ໄດ້​ລົງ​ມື​ກໍ່​ສ້າງ​ຢ່າງ​ຮອບ​ດ້ານ​ແລ້ວ. ໃນ​ນີ້, ທາງ​ລົດ​ໄຟ​ຢູ້​ຊີ່-ບໍ​ຫານ​ຍ່ານ​​ໃນປະ​ເທດ​ຈີນ​ເປັນ​ທາງ​ລົດ​ໄຟ​ສາ​ກົນສາຍ​ສຳ​ຄັນ​ຂອງ​ຈີນ​ທີ່​ເຊື່ອມ​ຕໍ່ລາວແລະ​ໄທ. ຫຼັງ​ສ້າງ​ສຳ​ເລັດ​ແລະ​ເປີດ​ບໍ​ລິ​ການ​ແລ້ວ, ​ການ​ຂີ່​ລົດ​ໄຟ​ຈາກ​ຄຸນ​ມິງ​ໄປ​ເມືອງ​ຊຽງ​ຮຸ່ງ​ກິ່ງ​ແຂວງເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​​ຈະໃຊ້​ເວ​ລາ​ພຽງ 3 ຊົ່ວ​ໂມງ​ເທົ່າ​ນັ້ນ, ສ່ວນ​ຈາກ​ຄຸນມ​ຄິງ​​ຫາ​ນະ​ຄອນຫຼວງວຽງ​ຈັນ ສ​ປປ ລາວ​ຄາດ​ວ່າ​ຈະ​ອອກ​ເດີນ​ທາງໃນ​ຕອນແລງ​​ແລະໄປ​ຮອດ​ໃນ​​ຕອນເຊົ້າ​ຂອງ​ມື້​ຕໍ່​ມາ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ