ຜົນ​ງານ​ການ​ລ້ຽງ​ເຜິ້ງ​ຂອ​ງ​ຊາວ​ບ້ານ​ຢູ່ແຂວງ​ຮູ​ເປີຍ​
2017-07-20 16:35:59  cri 


ທ້າວ ຢາງ​ຊຸ່ນ​ລາຍ ​ຢູ່ຕາ​ແສງ​ຖູ້​ເສີງ​ເຂດ​ຕຽນ​ຈຸ່ນ​ເມືອງ​ຢີ​ຊ່າງ​ແຂວງ​​ຮູເປີຍ ສ​ປ ​ຈີນ ໄດ້​ລ້ຽງ​ເຜິ້ງມາແຕ່​ປີ 2002 ແລະ​ຈາກ​ປະ​ສົບ​ການ​ໂຕ​ຈິງ​ໄດ້​ເຮັດ​ໃຫ້ປັດ​ຈຸ​ບັນ​​ໄດ້ເປັນ​ພະ​ນັກ​ງານ​ເຕັກ​​ນິກ​ຂອງ​ສະ​ຫະ​ກອນ​ລ້ຽງ​ເຜິ້ງຢູ່​ເຂດ​ຕຽນ​ຈຸ່ນ ໂດຍ​ຮັບ​ຜິດ​ຊອບແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ທີ່​​ຜູ້ລ້ຽງເຜິ້ງປະ​ສົບ​ໃນ​ຂັ້ນ​ຕອນ​ຂອງ​ການ​ລ້ຽງ​ເຜິ້ງ. ປີ 2015, ເຂດ​ຕຽນ​ຈຸ່ນ​ໄດ້​ສ້າງ​ຕັ້ງ​ສະ​ຫະ​ກອນວິ​ຊາ​ການ​ລ້ຽງ​​ເຜິ້ງ​ ປະ​ກອບ​ມີ​ກະ​ສິ​ກອນ 126 ຄອບ​ຄົວ ​ແລະ​ມີ​ບໍ​ລິ​ສັດ​ຮັບ​ຜິດ​ຊອບບັນ​ຈຸແລະ​ຈຳ​ໜ່າຍນ້ຳ​ເຜິ້ງ​ທີ່​ຜະ​ລິດ​​ໄດ້. ຂ່າວ​ແຈ້ງວ່າ: ​ໃນ​ລະ​ດູ​ການ​ນີ້, ເຂດ​ດັ່ງ​ກ່າວ​ສາ​ມາດ​ຜະ​ລິດ​ນ້ຳ​ເຜິ້ງ​ໄດ້​ແຕ່​ມີ 3.000 ຫາ 4.000 ລິດ​ແລະ​ເມື່ອ​ຄິດ​ໄລ່​ຕາມ​ລາ​ຄາ​ຊື້​ທີ່​ຕ່ຳ​ສຸດ​ໃນ​ປັດ​ຈຸ​ບັນ ຖື​ວ່າ​ນ້ຳ​ເຜິ້ງ 20 ລິດ​ຂາຍ​ໄດ້ 3.000 ກວ່າ​ຢວນ. ຈາກ​ນີ້​ຈຶ່ງ​ເຫັນ​ໄດ້​ວ່າ, ການ​ປະ​ຕິ​ບັດ​ຮູບ​ແບບ "ບໍ​ລິ​ສັດ​ບວກ​ກັບ​ສະ​ຫະ​ກອນ​ແລະ​ກະ​ສິ​ກອນ"ສາ​ມາດ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ກະ​ສິ​ກອນ​ເຂດ​ດັ່ງ​ກ່າວ.
1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ