ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ກໍ່​ສ້າງ​ທາງ​ດ່ວນ​ບໍ່​ເຕັນ-ຫ້ວຍ​ຊາຍ
2017-07-20 10:01:10  cri 
ຕອນ​ບ່າຍ​ວັນ​ທີ 18 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນຫຼວງວຽງ​ຈັນ, ບໍ​ລິ​ສັດ​ລົງ​ທຶນ​ພັດ​ທະ​ນາ​ທາງຫຼວງ​ຢຸນ​ນານ​ຈຳ​ກັດ​ແລະ​ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ​ລາວ​ໄດ້​ລົງ​ນາມ​ໃນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ກໍ່ສ້າງ​ທາງ​ດ່ວນ​ແຕ່​ເມືອງ​ບໍ່​ເຕັນ​ແຂວງຫຼວງ​ນ້ຳ​ທາ ຫາ​ເມືອງ​ຫ້ວຍ​ຊາຍ​ແຂວງ​ບໍ່​ແກ້ວ" ​ໃນ​ຕໍ່​ໜ້າ.

​ເສັ້ນທາງ​ດ່ວນ​ບໍ່​ເຕັນ-ຫ້ວຍ​ຊາຍ​ຈະ​ກໍ່​ສ້າງເລີ່ມ​ຈາກ​​ດ່ານ​ບໍ່​ເຕັນ​ ຊາຍ​ແດນ​ຈີນ-ລາວ ຮອດດ່ານ​ຫ້ວຍ​ຊາຍ​ຊາຍ​ແດນ​ລາວ-ໄທ ໂດຍ​ຜ່ານ​ແຂວງຫຼວງ​ນ້ຳ​ທາ​ແລະ​ແຂວງ​ບໍ່​ແກ້ວ ຍາ​ວ​ທັງ​ໝົດ 180 ກິ​ໂລ​ແມັດ ເຊິ່ງ​ເປັນ​ເສັ້ນ​ທາງ​ມາດ​ຕະ​ຖານ​ໂດຍ​ມີ 4 ​ຊ່ອງ​ຈະ​ລາ​ຈອນ ແລະ​​ຈະລົງ​ທຶນ​ໃນ​ຮູບ​ແບບ BOT. ພາຍຫຼັງ​​ກໍ່ສ້າງ​ສຳ​ເລັດ​ແລ້ວ, ການ​ເດີນ​ທາງ​ຈາກ​ດ່ານ​ຫ້ວຍ​ຊາຍ​​ຫາ​ດ່ານ​ບໍ່​ເຕັນ​​ຈະ​ໃຊ້​ເວ​ລາ 1 ຊົ່ວ​ໂມງ​ເຄິ່ງ ແລະ​ສາ​ມາດ​ເຊື່ອມ​ຕໍ່​ຕໍ່​ລົດ​ໄຟ​ລາວ​ຈີນ ເຊິ່ງຫ້ວຍ​ຊາຍ​​ຫາ​ນະ​ຄອນຫຼວງວຽງ​ຈັນຈະ​ໃຊ້​ເວ​ລາ 6 ຊົ່ວ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ