ນັກວິ​ຊາ​ການ​ວັດ​ແທກ​ແລະ​ແຕ້ມ​ແຜນ​ທີ່​ຈີນ​ສຳ​ເລັດ​ການ​ເກັບ​ກຳ​ຂໍ້​ມູນ​ພູມ​ສາດ​ອັງ​ກໍ​ວັດ
2017-07-20 14:53:22  cri 
​ເຈົ້າ​ໜ້າ​ທີ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ວັດ​ແທກ​ແລະ​ແຕ້ມ​ແຜນ​ທີ່​ແຂວງ​ໄຮຫຼົງ​ຈຽງ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 19 ກໍ​ລະ​ກົດ​ນີ້​ວ່າ, ນັກວິ​ຊາ​ການ​ຂອງ​ຕົນໄດ້​ສຳ​ເລັດ​ໜ້າ​ທີ່​ເກັບ​ກຳ​ຂໍ້​ມູນ​ພື້ນ​ທີ່​ພູມ​ສາດ​ເຂດ​ອັງ​ກໍ​ວັດ​ເປັນ​ຄັ້ງ​ທຳ​ອິດ ແລະ​ຈະ​ແຕ້ມ​ແຜນ​ທີ່​ອັງ​ກໍ​ວັດ​ດ້ວຍ​ເຕັກ​ນິກ​​ຂອງຈີນ.

ໃນ​ຖາ​ນະ​ເປັນ​ຜາ​ສາດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ອັງ​ກໍ​ວັດ​ເປັນ​ສັນ​ຍະ​ລັກ​ຂອງ​ປະ​ເທດ​ກຳ​ປູ​ເຈຍ ແລະ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ໂລກ ແລະພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ວັດ​ແທກ​ແລະ​ແຕ້ມ​ແຜນ​ທີ່​ແຂວງ​ໄຮຫຼົງ​ຈຽງ​ໄດ້​ສົ່ງນັກ​ວິ​ຊາ​ການ​ໄປ​ແຕ້ມ​ແຜນ​ທີ່​ອັງ​ກໍ​ວັດ​ ໂດຍ​ການ​ນຳ​​ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ ແລະ​ອື່ນໆ ເພື່ອ​ເກັບ​ກຳ​ຂໍ້​ມູນ​​ລະ​ອຽດ​ຕ່າງໆ​ ແລະ​ສະ​ໜອງ​ຂໍ້​ມູນ​ສຳ​ຄັນ​ໃຫ້​ແກ່​ການ​ວາງ​ສະ​ແດງ​ແລະ​ປົກ​ປັກ​ຮັກ​ສາ​ອັງ​ກໍ​ວັດຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ