ໝີ​ແພນ​ດາ​ເກີດ​ລູກ​ແຝດ​ຜູ້​ແມ່
2017-07-21 16:44:21  cri 

ໝີ​ແພນ​ດາ​ "ນີ​ນີ"​ໄດ້​ເກີດ​ລູກ​ແຝດ​ຜູ້​ແມ່​ຄູ່ ທີ 5 ໃນ​ຕະ​ກຸນ​ໝີ​ແພນ​ດາ​ໂອ​ລິມ​ປິກ(ສັດ​ນຳ​ໂ​ຊກ​ກິ​ລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ 2008)​ຢູ່​ເມືອງ​ເສິງ​ຕູ່ ແຂວງ​ເສ​ສວນ ສ​ປ ຈີນໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 20 ກໍ​ລະ​ກົດ​ນີ້.​ພາຍຫຼັງ​ແຕ່​ລະ​ມື້"ນີ​ນີ" ​ກິນ​ອາ​ຫານ​ໜ້ອຍ​ລົງ​ໂດຍ​ພຽງແຕ່​ກິນໜໍ່​ໄມ້​ໄຜ່​ໜ້ອຍ​ດຽວ​ເທົ່າ​ນັ້ນນັບ​ແຕ່​ວັນ​ທີ 24 ມິ​ຖຸ​ນາ​ຜ່ານ​ມາ​ນີ້​ເຖິງເວ​ລາ 5 ໂມງ 48 ນາ​ທີ​ແລະ 6 ໂມງ 33 ນາ​ທີ​ຂອງວັນ​ທີ 20 ກໍ​ລະ​ກົດ​ນີ້​ກໍໄດ້​ເກີດ​ລູກ​ແຝດ​ເປັນ​ເພດ​ຜູ້​ແລະ​ແມ່​ຕາມ​ລຳ​ດັບ​ໂດ​ຍ​ໂຕ​ທຳ​ອິດໜັກ 203 ກ​ຣາມ, ​ໂຕທີ​ສອງ​ໜັກ 91 ກ​ຣາມ. ​ໝີ​ນ້ອຍ​ທັງ​ສອງ​​ໂຕ​ຮ້ອງ​ດັງຫຼາຍ,ສຸ​ຂະ​ພາບ​​ກໍເຂັ້ມ​ແຂງ. ປັດ​ຈຸ​ບັນ, ທັງ​ແມ່​ແລະ​​ລູກ​ໝີ​ຕ່າງ​ກໍແຂງ​ແຮງ​ດີ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ