ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ ​ໄດ້​ຮັບ​ລາງວັນ​ຈີນສາຂາຜົນສຳ​ເລັດ​ດ້ານການ​ຄ້າ 2017
2017-07-21 16:37:28  cri 

​ແຫຼ່ງຂ່າວ​ຈາກ​ເວັບ​ໄຊ​ກະຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ: ວັນ​ທີ 14 ກໍລະກົດ​ນີ້, ທ່ານ​ເສີນ​ເຕີ​ໝິງ ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ​ຫວັນ​ຈີນ ​ໄດ້​ຮັບ​ລາງວັນຈີນສາຂາ​ຜົນສຳ​ເລັດດ້ານ​ການ​ຄ້າ​ສິງກະ​ໂປ 2017 ​ໂດຍ​ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ​ໄດ້​​ໃຫ້​ກຽດມອບ​ລາງວັນ​​. ຂະນະ​ທີ່​ທ່ານ​ເສີນ​ເຕີໝິງ ​ໄດ້​ກ່າວ​ໃນ​ພິທີ​ມອບ​ລາງວັນ​ວ່າ: ລາງວັນ​ນີ້​ເປັນ​ຜົນ​ມາ​ຈາກ​ທຸກໆ​ຄົນ​ທີ່​ໄດ້​ສຸມ​ໃສ່​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ສິງກະ​ໂປ, ຂະນະ​ທີ່​ຕົນ​ຈະ​ສືບ​ຕໍ່​ປະກອບສ່ວນທັງ​ສະຕິ​ປັນຍາ​ແລະ​ເຫື່ອ​ແຮງ​ເພື່ອ​ການ​ແລກປ່ຽນ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງສອງ​ປະ​ເທດ.

ລາງວັນ​ຈີນການ​ຄ້າ​​ໄດ້​ສ້າງຕັ້ງຂຶ້ນ​ໂດຍ​ທ່ານ​ລີກ​ວນຢູ ອະດີດ​ນາຍົກລັດຖະມົນຕີສິງກະ​ໂປ ​ແລະ ທ່ານ​ເວີນ​ເຈຍ​ປາວ ອະດີດນາຍົກລັດຖະມົນຕີຈີນ ​ເມື່ອ​ປີ 2007 ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ​ແລະ ປີ​ນີ້​ໄດ້​ຈັດ​ງານ​ລ້ຽງ​ກໍ​ຄືພິທີ​ມອບ​ໃນໂອກາດວັນ​ຄົບຮອບການ​ສ້າງລາງວັນ​ດັ່ງກ່າວ 10 ປີ ​ແລະ ​ເວທີ​ປຶກສາ​ຫາລື​ໂລກ​ວ່າ​ດ້ວຍ​ອະນາຄົດ​ຂອງ​ຈີນ. ຂະນະ​ທີ່ຜູ້​ໄດ້​ຮັບ​ລາງວັນ​ຈີນ​ການ​ຄ້າ​ສາຂາ​ວິ​ສາ​ຫະກິດປີ​ນີ້​ ຄື ​ໂຄງການທຶນ​ການ​ສຶກສາລະ​ນຶກຫຼຽນຢິງ​ໂຈ່​ວ ມະຫາວິທະຍາ​ໄລວິທະຍາສາດ​ການ​ຊ່າງ​ໜານ​ຢາງ​ສິງກະ​ໂປ ​ແລະ ຜູ້​ໄດ້​ຮັບລາງວັນສາຂາ​ຊາວ​ໜຸ່ມ ຄື ທ່ານຫຼີຈື້ສິນ ຫົວໜ້າ​ຄະນະ​ປະຕິບັດ​ງານອາສ​ໂຄດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ