ເຈົ້າ​ໜ້າ​ທີ່​ທະ​ຫານ​ປາ​ກິ​ສ​ຖານ​ກ່າວ​ວ່າ, ທະ​ຫານ​ອິນ​ເດຍ​ຍິງ​ປືນ​ຕໍ່​​ປະ​ຊາຊົນ​ປາ​ກິສຖານ​ຢູ່​ເຂດ​ກັ​ສ​ເມຍ
2017-07-22 15:38:29  cri 

ວັນ​ທີ 21 ກໍ​ລະ​ກົດ​ນີ້, ເຈົ້າ​ໜ້າ​ທີ່​ທະ​ຫານ​ປາ​ກິ​ສ​ຖານ​ກ່າວ​ວ່າ, ມື້​ດຽວ​ກັນ, ທະ​ຫານ​ອິນ​ເດຍ​ໄດ້​ຍິງ​ປືນ​ຕໍ່​​​ເຂດ​ທີ່ປາ​ກິ​ສ​ຖານຄວບ​ຄຸມ​ຢູ່​ກັ​ສ​ເມຍ, ເຮັດ​ໃຫ້​​ປະ​ຊາ​ຊົນ​ປາ​ກິ​ສ​ຖານ 1 ຄົນ​ເສຍ​ຊີ​ວິດ, 4 ຄົນບາດ​ເຈັບ. ທະ​ຫານ​ປາ​ກິ​ສ​ຖານ​ໄດ້​​ຍິງຕອບ​​ໂຕ້ທະ​ຫານ​ອິ​ນ​ເດຍ.

ກົມ​ຖະ​ແຫຼງກອງ​ທັບ​ ປາ​ກິ​ສ​ຖານ​ອອກ​ຖະ​ແຫຼງການ​ວ່າ, ມື້​ດຽວ​ກັນ, ທະ​ຫານ​ອິນ​ເດຍ​ໄດ້​ຍິງ​ປືນ​ຕໍ່​ປະ​ຊາຊົນ​​ທີ່​ຢູ່​ເບື້ອງ​ປາ​ກິ​ສ​ຖານ​​​ຕອນ​ກີ​ກົດ​​ແລະ​ລີ​ປາ​ຂອງ​ເສັ້ນຄວບ​ຄຸມ​ລະ​ຫວ່າງ​ປາ​ກິ​ສ​ຖານ​ກັບ​ອິນ​ເດຍ​ຂອງ​ເຂດ​​ກັ​ສ​ເມຍ, ເຮັດ​ໃຫ້​ເດັກ​​ຍ ຊາຍ​ຜູ້ 1 ​ເສ​ຍ​ຊີ​ວິດ, 4 ຄົນບາດ​ເຈັບ. ທະ​ຫານ​ປາ​ກິ​ສ​ຖານ​ໄດ້​ຍິງ​ຕອບ​ໂຕ້​ທະ​ຫານ​ອິນ​ເດຍ​ໃຫ້​ເສຍ​ຊີ​ວິດ 3 ຄົນ, ແລະາຍ​ຄົນ​ບາດ​ເຈັບ, ​ຂະ​ນະ​ດຽວ​ກັນ​ກໍ​ໄດ້​ທຳ​ລາຍ​ປົດ​ຍາມຂອງ​ທະ​ຫານ​ອິນ​ເດຍ 3 ແຫ່ງ.

ຖະ​ແຫຼງ​ການ​ກ່າວ​ວ່າ, ໃນ​ຫວ່າງ​ມໍ່ໆ​ນີ້, ພາຍ​ໃຕ້​ການ​ຕອບໂຕ້​ຂອງ​ທະ​ຫານ​ປາ​ກິ​ສ​ຖານ, ທະ​ຫານ​ອິນ​ເດຍ​ມີ​ຄົນ​ເສຍ​ຊີ​ວິດແລະ​ບາດ​ເຈັບ​ຫຼາຍ, ​ພ້ອມ​ດ້ວຍວັດ​ຖຸ​ກໍ່​ເສຍ​ຫາຍ​ຫຼາຍ, ແຕ່​ທະ​ຫານ​ອິນ​ເດຍ​ຍັງ​ລະ​ເມີດ​ສັນ​ຍາ​ຢຸດ​ຍິງ​ຂອງ​ສອງ​ຝ່າຍ​ເລື້ອຍໆ. ແຕ່​ນີ້​ຕໍ່​ໄປ, ຝ່າຍ​ທະ​ຫານ​ປາ​ກິ​ສ​ຖານ​ຈະ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​​ປະ​ຊາ​ຊົນ​ຂ​ອງ​ຕົນ, ​ຍິງຕອບ​ໂຕ້​ຢ່າງ​ເໝາະ​ສົມ​ຕໍ່​ການ​ໂຈມ​ຕີ​ຂອງ​ທະ​ຫານ​ອິນ​ເດຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ