ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ຈະ​ຜ່ານ​ຍັດ​ຕິ​ເພື່ອ​ຂວ້ຳ​ບາດ​ຕໍ່3ປະ​ເທດ​ລວມ​ທັງ​ຣັດ​ເຊຍ
2017-07-23 14:06:34  cri 
ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ຢືນ​ຢັນ​ໃນວັນ​ທີ22ກໍ​ລະ​ກົດ​ນີ້ວ່າ, ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳຈະ​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ຜ່ານ​ຍັດ​ຕິ​ສະ​ບັບ​ໜຶ່ງ​​ເພື່ອຂ​ວ້ຳ​ບາດ​ຕໍ່​ຣັດ​ເຊຍ,ອີ​ຣານ​ແລະ​ສ​ປ​ປ​ເກົາຫຼີ. ຖ້າ​ຍັດ​ຕິ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບ​ຮອງແລ້ວ, ​ກໍຈະ​ຖື​ກ​ຍື່ນ​ໃຫ້​ທ່ານ​ໂດ​​ນັນ ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄວ​ສຸດ​ໃນ​ທ້າຍ​ເດືອນ​ນີ້.

ໃນ​ຍັດ​ຕິ​ດັ່ງ​ກ່າວນອກ​ຈາກ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຂວ້ຳ​ບາດ​ຕໍ່ 3 ປະ​ເທດ​ແລ້ວ, ​ຍັງ​ໄດ້​ຈຳ​ກັດ​ສິດ​​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ການ​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ຣັດ​ເຊຍ ໂດຍ​ໄດ້ລ​ະ​ບຸ​ວ່າ, ໃນ​ເວ​ລາ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໃຊ້​ການ​ກະ​ທຳ​​ປ່ຽນ​ແປງ​ອັນ​ສຳ​ຄັນ​ໃນ​ດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຕໍ່​ຣັດ​ເຊຍ ເຊັ່ນ: ຍົກ​ເລີກ​ກາ​ນ​ຂວ້ຳ​ບາດ​ຕໍ່​ຣັດ​ເຊຍ, ຫຼື ສົ່ງ​ຄືນ​ຊັບ​ສິນ​ທາງ​ການ​ທູດ​ທີ່​ຖືກອາ​ຍັດ​ໄວ້​ແລະ​ອື່ນໆ​ນັ້ນ, ຕ້ອງ​ສະ​ເໜີ​ບົດ​ລາຍ​ງານ​ໃຫ້​ລັດ​ຖະ​ສະ​ພາ,​ແລະ​ລັດ​ຖະ​ສະ​ພາ​ມີ​ສິດ​ຢັບ​ຢັ້ງ​ຂໍ້​ຕົກ​ລົງ​ຂ​ອງ​ປະ​ທາ​ນາ​ທິ​ບໍ​ດີ.

ອີງ​ຕາມ​ວາ​ລະເຮັດ​ວຽກ, ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ຈະ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຍັດ​ຕິ​ດັ່ງ​ກ່າວ​ໃນ​ວັນ​ທີ25ກໍ​ລະ​ກົດ​ນີ້. ຖ້າ​ຮັບ​ຮອງ​ແລ້ວ, ກໍ​ຈະ​ສົ່ງ​ໃຫ້​ສະ​ພາ​ສູງ​ເພື່ອ​ລົງ​ຄະ​ແນນ​ສຽງ. ແລະຍັດ​ຕິ​ທີ່​ສອງ​ສະ​ພາ​ລ້ວນ​ແຕ່​ຮັບ​ຮອງແລ້ວ​ນັ້ນ​ຈະ​ມອບ​ໃຫ້​ແກ່​ທ່ານ​ໂດ​​ນັນ ​ທ​ຣຳເພື່ອ​ໃຫ້​ທ່ານ​ຕົກ​ລົງ​ວ່າ​ຈະ​ລົງ​ນາມ​ຫຼື​ບໍ່​ເພື່ອ​ໃຫ້​ເກີດ​ຜົນ​ສັກ​ສິດ​ແລະ​ກາຍ​ເປັນ​ກົດ​ໝາຍໃນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ