ວັນທີ 22 ກໍລະກົດນີ້ ການແຂ່ງຂັນກິລາເພະກາຍຊິງແຊ້ມທົ່ວປະເທດຈີນ 2017 ໄດ້ສຳເລັດລົງຢ່າງຈົບງານຢູ່ນະຄອນເສີນຕຸງຂອງແຂວງເສສວນຈີນ ເຊິ່ງເປັນການແຂ່ງຂັນຄັ້ງທີ່ມີລະດັບໃຫຍ່ສຸດ ວິຊາການແລະມີລັກສະນະຕົວແທນໃນຂະແໜງການທີ່ສຸດ ໂດຍມີນັກກິລາ 600 ກວ່າຄົນຈາກພາຍໃນແລະຕ່າງປະເທດເຂົ້າຮ່ວມ. ຫຼັງການແຂ່ງຂັນກັນຢ່າງດຸເດືອດມາເປັນເວລາ 3 ວັນ ກໍ່ໄດ້ກຳເນີດຜູ້ຊະນະເລີດ 4 ລາຍການຄື: ລາຍການເພາະກາຍແບບກລາຊິກເພດຊາຍ, ການເພາະກາຍເພດຊາຍ, ການຝຶກກາຍເພດຊາຍ ແລະການເພາະກາຍເພດຍິງ.