ຟິລິບປິນຍົກເລີກຈັດກິລາຊີເກມ 2019
2017-07-24 11:46:45  cri 

ສື່ມວນຊົນຟິລິບປິນລາຍງານໃນວັນທີ 22 ກໍລະກົດນີ້ວ່າ, ເນື່ອງຈາກສະຖານະການຢູ່ເກາະມິນດານາວທາງພາກໃຕ້ຂອງປະເທດຍັງບໍ່ສະຫງົບຈຶ່ງຕົກລົງຍົກເລີກຈັດການຈັດກິລາຊີເກມ 2019.

ທ່ານວິນລຽມ ຣາມິຣາດ ປະທານຄະນະກຳມະການກິລາຟິລິບປິນໄດ້ສົ່ງຈົດໝາຍເຖິງຄະນະກຳມະການໂອລິມປິກປະເທດຕົນຫວ່າງມໍ່ໆນີ້ວ່າ, ເນື່ອງຈາກປັດຈຸບັນ ຢູ່ເກາະມິນດານາວທາງພາໃຕ້ໄດ້ເກີດເຫດການກໍ່ການຮ້າຍຕໍ່ເນື່ອງສົ່ງຜົນເຮັດໃຫ້ສະຖານະການຍັງເປັນຫ່ວງ ຈຶ່ງຕົກລົງຍົກເລີກການຈັດກິລາຊີເກມທີ່ຈັດຂຶ້ນ 2 ປີຄັ້ງໜຶ່ງ.

ແນວໃດກໍດີ, ທ່ານຣາມິຣາດໄດ້ກ່າວຢືນຢັນວ່າ: ຟິລິບປິນຈະພະຍາຍາມສະໜັບສະໜູນຄະນະນັກກິລາຂອງຕົນເຂົ້າຮ່ວມກິລາຊີເກມປີ 2017 ແລະ ກິລາໂອລິມ ປິກປີ 2020. ຫຼັງຈາກຟື້ນຟູສັນຕິພາບແລະເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍແລ້ວ, ຟິລິບປິນກໍພ້ອມຈະຈັດກິລາຊີເກມແລະກິລາສາກົນອື່ນໆຫຼັງປີ 2020.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ