ລະ​ເບີດ​ລົດ​ຢູ່​ນະ​ຄອນຫຼວງ​ອາ​ຟ​ກາ​ນິ​ສະ​ຖານ​ເຮັດ​ໃຫ້​ເສຍ​ຊີ​ວິດ 24 ຄົນ
2017-07-24 16:27:31  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ພາຍ​ໃນ​ອາ​ຟ​ກາ​ນິ​ສະ​ຖານ​ຖະ​ແຫຼງ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້​ວ່າ, ເກີດ​ເຫດ​ການ​ລະ​ເບີດ​ລົດຢູ່​ນະ​ຄອນຫຼວງ​ກາ​ບູນໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ, ບາດ​ເຈັບ 42 ຄົນ, ຂະ​ນະ​ທີ່​ທັງ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ລ້ວນ​ແຕ່​ເປັນ​ປະ​ຊາ​ຊົນ.

ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ເຫ​ດ​ລະ​ເບີດ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃກ້​ເຮືອນ​ທ່ານ​ໂມ​ຮຳ​ເມັດ ໂມ​ຮາ​ກິກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອາ​ຟ​ກາ​ນິ​ສະ​ຖານ ແລະປັດ​ຈຸ​ບັນ​ຍັງ​ບໍ່​ຮູ້​ວ່າ​ທ່ານ​​ຢູ່​ໃນ​ເຮືອນຫຼື​ບໍ່ ໃນ​​ຂະ​ນະເກີດ​ເຫດ.

ຜູ້​ເສ​ຍ​ຊີ​ວິດ​ແລະ​ບາດ​ເຈັບ​ສ່ວນຫຼາຍ​ເປັນ​ຜູ້​ໂດຍ​ສານ​​ຢູ່​ລົດ​ໂດຍ​ສານ​ນ້ອຍ​ຄັນ​ໜຶ່ງ, ລົດຫຼາຍ​ຄັນ​ແລະ​ຕຶກ​ອາ​ຄານ​ບາງຫຼັງ​ຢູ່​ອ້ອມແອ້ມ​ກໍ​ໄດ້​ຮັບ​ຜົນ​ເສຍ​ຫາຍ ແລະ​ຂະ​ນະ​ນີ້​ຢູ່​ໃນ​ໄລ​ຍະ​ການ​ເຂົ້າ​ໄປ​ຊ່ວຍ​ເຫຼືອ​.

ປັດ​ຈຸ​ບັນ, ຍັງ​ບໍ່​ມີ​ອົງ​ການ​ຈັດ​ຕັ້ງ ຫຼື​ບຸກ​ຄົນ​ໃດໆ​ປະ​ກາດຮັບ​ຜິດ​ຊອບ​ກໍ່​ເຫດ​ການ​ລະ​ເບີດ​ດັ່ງ​ກ່າວ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ