ຜູ້​ຕາງ​ໜ້າ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາປະ​ສານ​ງານ​ແກ້​ໄຂວິ​ກິດ​ການ​ປາ​ແລັ​ສ​ຕິນ-ອິ​ສ​ລາ​ແອນ
2017-07-25 11:13:23  cri 
ວັນ​ທີ 24 ກໍ​ລະ​ກົດ​ນີ້ ທ່ານເຈ​ສັນ ກ​ຣີນ​ແບ​ລດ ຜູ້​ຕາງ​ໜ້າ​ພິ​ເສດ​ດ້ານ​ການ​ເຈ​ລະ​ຈາ​ສາ​ກົນ​ຂອງ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ໄດ້​ເດີນ​ທາງ​ໄປ​ເຖິງ
​ອິ​ສ​ລະ​ແອນ ເພື່ອ​ປະ​ສານ​ງານ​ໃຫ້​ສະ​ຖາ​ນະ​ການ​ປາ​ແລັ​ສ​ຕິນ-ອິ​ສ​ລາ​ແອນ​ທີ່​ນັບ​ມື້​ນັບ​ເຄັ່ງ​ຕຶງ​ນັ້ນຫຼຸດ​ຜ່ອນ​ລົງ.

ໜັງ​ສື​ພິມ​ຮາ​ເຣັ​ສ ຂອງ​ອິ​ສ​ລາ​ແອນ​ໄດ້ອ້າງ​ຕາມ​ການ​ເປີດ​ເຜີຍຂອງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ວ່າ, ທ່ານກ​ຣິນ​ແບ​ລດ​ໄປ​ອິ​ສ​ລາ​ແອນ​ຄັ້ງ​ນີ້ກໍເພື່ອ​
ປະ​ສານ​ງານ​ເຮັດ​ໃຫ້​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ແລັ​ສ​ຕິນ​ລະອິ​ສ​ລາ​ແອນ​ຫຼຸດ​ລົງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​​ທ​ຣຳ​ພ້ອມ​ຄະ​ນະ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ຕິດ​ຕາມ​ສະ​ຖາ​ນະ​
ການ​ສອງ​ປະ​ເທດ​ດັ່ງ​ກ່າວ;​ຢ່າງ​ໃກ້​ຊິດ ແລະ​ຫວັງ​ຜ່ານ​ການ​ເຈ​ລະ​ຈາຂອງ​ທຸກ​ຝ່າຍ ​ຈະຊອກ​ເຫັນ​​ຫົນ​ທາງ​ແກ້​ໄຂວິ​ກິດ​ການ​ທີ່​ເຄັ່ງ​ຕຶງ​ລົງ​ໄດ້.

ພາຍ​ຫຼັງຕຳ​ຫຼວດ​ອິ​ສ​ລາ​ແອນ 3 ຄົນ​ຖືກ​ຍິງ​ປືນ​ຢູ່​ພູ​​ວັດ​ໃນ​ວັນ​ທີ 14 ກໍ​ລະ​ກົດ ໂດຍ​ມີ2 ຄົນ​ເສຍ​ຊີ​ວິດແລ້ວ, ປາ​ແລັ​ສ​ຕິນແລະ​ອິ​ສ​ລາ​ແອນ​ກໍ​ໄດ້​ປະ​ທະ​ກັນ​​ຢ່າງຮຸນ​ແຮງ
​ຂຶ້ນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ