ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ສາຍ​ວິ​ດີ​ໂອ​​​ສາ​ລະ​ຄະ​ດີ​ການທ່ອງ​ທ່ຽວ​ຢູ່​ໄທ
2017-07-25 11:16:03  cri 
ຕາມ​ຂ່າວ CRI: ຫວ່າງມໍ່ໆ​ນີ້ ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ໄດ້​ຜະ​ລິດ​ແລະ​​ສາຍວິ​ດີ​ໂອ​ສາ​ລະ​ຄະ​ດີ​ການ​ທ່ອງ​ທ່ຽວ ເພື່ອ​ແນະ​ນຳຂໍ້​ມູນ​ພື້ນ​ຖານ​ໃນ​ການ​ທ່ອງ​ທ່ຽວ​ຢູ່​ໄທ
ຫວັງ​ເຮັດໃຫ້​ພົນ​ລະ​ເມືອງ​ຈີນ ແລະ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ຢູ່​ໄທ​ນັ້ນ​ມີ​ສະ​ຕິ​ແລະ​ຄວາມ​ປອດ​ໄພ.

ວິ​ດີ​ດັ່ງ​ກ່າວໄດ້​ແນະ​ນຳສະ​ຖານ​ທີ່​ທ່ອງ​ທ່ຽວ, ລາຍ​ການ​ທ່ອງ​ທ່ຽວ​ທາງ​ນ້ຳ, ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ ​ການ​ຊື້​ສິນ​ຄ້າ​ຢູ່​ໄທ ​ແລະ​ລາຍ​ລະ​ອຽດ​ຕ່າງໆ​ທີ່​ຄວນ​ຮູ້, ເພື່ອເຮັດ
​ໃຫ້​ນັກ​ທ່ອງ​ທ່ຽວ​ເມື່ອ​ໄປ​ເຖິງ​ໄທ​ແລ້ວ​ເຂົ້າ​ໃຈ​ໃນ​ເບື້ອງ​ຕົ້ນ​ຕໍ່​ຄວາມ​ສ່ຽງ, ຄວາມ​ປອດ​ໄພ, ກົດ​ລະ​ບຽບ​ການ​ເຂົ້າ​ອອກ​ເມືອງແລະ​ຮີດ​ຄອງ​ປະ​ເພ​ນີ. ວິ​ດີ​ໂອ​ສາ​ລະ​ຄະ​ດີ
ນີ້​ຈະ​ອອກ​ອາ​ກາດ​​ຕາມ​ຖ້ຽວ​ບິນ​ໄປ​ກັບ​ລະ​ຫວ່າງ​ສອງ​ປະ​ເທດຂອງ​ບໍ​ລິ​ສັດ​ການ​ບິນ​ຈີນ-ໄທ, ແລະຈະສາຍຢູ່ 1 ແສນ 4 ໝື່ນ​ຫ້ອງ​ນອນຂອງໂຮງ​ແຮມ 800 ແຫ່ງ
ໃນໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ