ຕາມຂ່າວ CRI: ວັນທີ 24 ກໍລະກົດນີ້ ຢູ່ທີ່ນະຄອນຫຼວງບາງກອກປະເທດໄທ, ທ່ານຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນແລະທ່ານດອນ ປຣະມັດວິໄນ
ລັດຖະມົນຕີກະຊວງການຕ່າງປະເທດໄທ ໄດ້ຮ່ວມກັນໃຫ້ສຳພາດ ໂດຍກ່າວວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງບໍ່ຄວນເວົ້າແຕ່ປາກເປົ່າທໍ່ນັ້ນ ຄວນເຮັດແທ້
ທຳຈິງ ເຊິ່ງຈີນຫວັງວ່າ ໄທ ແລະບັນດາປະເທດຢູ່ລຽບຕາມແມ່ນ້ຳຂ້ອງຈະຮັບປະກັນເຮັດໃຫ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດຳເນີນໄປຕາມເປົ້າ
ໝາຍທີ່ວາງໄວ້.
ທ່ານຫວາງອີ້ຊີ້ອອກວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນກົນໄກການຮ່ວມມືອະນຸພາກພື້ນແບບໃໝ່ທີ່ 6 ປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມ
ກັນສ້າງຂຶ້ນ ເຊິ່ງເມື່ອທຽບໃສ່ກົນໄກທີ່ກ່ຽວກັບແມ່ນ້ຳຂອງແລ້ວເຫັນວ່າ, ການຮ່ວມມືດັ່ງກ່າວແມ່ນແທດເໝາະຄວາມເປັນຈິງຂອງ 6 ປະເທດຫຼາຍກວ່າຄື ສຸມໃສ່ການຊຸກຍູ້
ໂຄງການຢ່າງລະອຽດ ແລະສະແດງໃຫ້ເຫັນເຖິງຄວາມປາຖະໜາຂອງບັນດາປະເທດຢູ່ລຽບຕາມແມ່ນ້ຳສາຍນີ້ທີ່ຕ້ອງການຄວາມສະເໝີພາບກັນ ຕ່າງຊ່ວຍເຫຼືອກັນ
ແລະໄດ້ຮັບຜົນປະໂຫຍດຮ່ວມກັນ.
ສຳລັບຂະບວນການຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນ 6 ເດືອນທ້າຍປີ 2017, ທ່ານຫວາງອີ້ກ່າວວ່າ, ຕົ້ນຕໍຈະເນັ້ນວຽກງານ 4 ດ້ານຄື: 1 ຈັດກອງປະ
ຊຸມລະດັບລັດຖະມົນຕີການຕ່າງປະເທດຄັ້ງທີ 3 ເພື່ອກະກຽມໃຫ້ແກ່ກອງປະຊຸມຜູ້ນຳປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 2; 2: ດ້ວຍການທີ່ 6 ປະ
ເທດລ້ວນແຕ່ໄດ້ສ້າງສຳນັກງານເລຂາລະດັບຊາດ ແລະກົນໄກປະສານງານກັນ ຈະຮັບປະກັນໃຫ້ແກ່ການສ້າງຕັ້ງໜ່ວຍງານປະສົມ 6 ໜ່ວຍງານຂຶ້ນ; 3 ສູ້ຊົນເຮັດ
ໃຫ້ໂຄງການບູລິມະສິດຕ່າງໆກໍ່ສ້າງສຳເລັດ ຫຼືໄດ້ຮັບຄວາມຄືບໜ້າທີ່ແທ້ຈິງ; ແລະ 4 ວາງແຜນດຳເນີນງານ 5 ປີໃຫ້ດີ ເພື່ອນເຂົ້າພິຈາລະນາໃນກອງປະຊຸມຜູ້ນຳ
ຄັ້ງທີ 2.