ຄວາມ​ງາມ​ຂອງທົ່ງ​ຫຍ້າ​ປ່າ​ຫຼີ​ຄຸ່ນ​ຢູ່​ເຂດ​ຊິ່ນ​ຈ່ຽງ
2017-07-25 18:12:13  cri 


ວັນ​ທີ 24 ກໍ​ລະ​ກົດ​ນີ້, ຝູງ​ມ້າ​ພວມ​​ຫາ​ກິນ​ຢູ່​ທົ່ງ​ຫຍ້າ​ປ່າ​ຫຼີ​ຄຸ່ນ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ​ ໂດຍທົ່ງ​ຫຍ້າ​ນີ້​ຢູ່​ເມືອງ​ຮ່າ​ມີ້​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເຂດ​ຊິ່ນ​ຈ່ຽງ ເຊິ່ງ​ສູງ​ຈາກລະ​ດັບ​ໜ້າ​ນ້ຳ​ທະ​ເລ​ 1.650 ແມັດ, ແມ່ນ​ທົ່ງ​ຫຍ້າ​​ໃຫຍ່​ທີ​ສອງ​ຂອງ​ເຂດ​ດັ່ງ​ກ່າວ. ​ຫຼຽວ​ທົ່ວ​ທົ່ງ​ຫຍ້າ​ກໍ​ເຫັນງົວ​ແລະ​ແບ້ທັງ​ຕຸ້ຍ​​ທັງໃຫຍ່,ຫຍ້າກໍ​ຂຽວ​ອຸ່ມ​ທຸ່ມ ແລະອາ​ກາດ​​ກໍ​ປອດ​ໂປ່ງ​ອີກ​ຕ່າງ​ຫາກ​ເຊິ່ງນອກ​ຈາກ​ເປັນ​ແຫຼ່ງ​ລໍ່​ລ້ຽງ​ຝູງ​ສັດ​ແລ້ວ​ຍັງ​ເປັນສະ​ຖານ​ທີ່​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ໃນ​ລະ​ດູ​ໜາວ​ແລະ​ຫຼີກ​ຄວາມ​ຮ້ອນ​ໃນ​ລະ​ດູ​ຮ້ອນ​ໄດ້​ເປັນ​ຢ່າງດີ. ໃນ​ຊຸມ​ປີ​ຜ່ານ​ມາ,ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ອະ​ນຸ​ລັກ​ປ່າ​ໄມ້​ທຳ​ມະ​ຊາດ,ການ​ສ້າງ​ປ່າ​ປ້ອງ​ກັນ​ທີ່​ດິນ​,ປູກ​ຕົ້ນ​ໄມ້​ແລະ​ປູກ​ຫຍ້າ​ໃສ່​ທົ່ງ​ຫຍ້າ​ຄືນ​ໃໝ່​ແລະ​​ອື່ນໆ ເຊິ່ງ​ໄດ້​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ຢູ່​ທ້ອງ​ຖິ່ນ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ