ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​​ລາຍ​ງານການ​ບໍ​ລິ​ຫານ​ປະ​ເທດປະ​ຈຳ​ປີ
2017-07-25 16:23:07  cri 
    ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິ​ບ​ປິນ ໄດ້​ຜ່ານ​ບົດ​ລາຍ​ງານ​​ການ​ບໍ​ລິ​ຫານ​ປະ​ເທດ​ປະ​ຈຳ​ປີໃນ​ຫົວ​ຂໍ້ "ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ສະ​ບາຍ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ" ຢູ່​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້ວ່າ, ລັດ​ຖະ​ບານ​ຈະ​​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ໃນ​ການ​ປາບ​ປາມ​ຢາ​ເສບ​ຕິດ​ຈົນ​ປະ​ສົບ​ຜົນ​ສຳ​ເລັດ ພ້ອມ​ທັງ​​ສັນ​ຍາ​ວ່າ ຈະ​ເລັ່ງ​ລັດ​ກໍ່​ສ້າງ​ເສດ​ຖະ​ກິດ.

    ທ່ານ ດູ​ເຕີ​ເຕ ຍັງ​ໄດ້ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ອີກ​ເທື່ອ​ໜຶ່ງ​​ທີ່​ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ໂດຍ​ສະ​ເພາະ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ຕົນ.

    ຂ່າວ​ແຈ້ງວ່າ, ປີນີ້ ຟິ​ລິບ​ປິນ​ໄດ້​ວາງ​ແຜນ​ການ "ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ໃຫຍ່" ໂດຍ​ຈະ​ໃຊ້​ງົບ​ປະ​ມານ 178 ຕື້​ໂດ​ລາ​ສະ​ຫະ​ລັດ​ແຕ່​ປີ 2017-2022. ຫຼັງ​ຈາກ​ຜ່ານ​ບົດ​ລາຍ​ງານ​ການ​ບໍ​ລິ​ຫານ​ປະ​ເທດ​ແລ້ວ, ທ່ານ ດູ​ເຕີ​ເຕ ຍັງ​ໄດ້​ປະ​ກາດ​ວ່າ ​ສົກ​ປີ 2018 ຈະ​ໃຊ້ງົບ​ປະ​ມານ​ປະ​ມານ 79 ຕື້ 861 ລ້ານ​ໂດ​ລາລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຕົ້ນ​ຕໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ