DiDi ​ຈັບທະ​ນາ​ຄານ Soft ​ໜູນ Grab
2017-07-25 16:24:40  cri 
    ວັນ​ທີ 24 ກໍ​ລະ​ກົດ​ນີ້, ບໍ​ລິ​ສັດ DiDi ໄດ້​ປະ​ກາດ​ຈະ​ລົງ​ທຶນ​ໃສ່​ການ​ລະ​ດົມ​ທຶນ​ເທື່ອ​ໃໝ່​ຂອງ​ບໍ​ລິ​ສັດ Grab ທີ່​ເປັນ​ຖານ​ສຳ​ຄັນ​ສຳ​ລັບ​ການ​ອອກ​ເດີນ​ທາງ​ຕາມ​ຄວາມ​ຕ້ອງ​ການ​ແລະ​ການ​ຊຳ​ລະຜ່ານ​ໂທ​ລະ​ສັບ​ມື​ຖື​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

    ຂ່າວ​ແຈ້ງວ່າ, ບໍ​ລິ​ສັດ DiDi ຈະ​ຮ່ວມ​ກັບ​ທະ​ນາ​ຄານ Soft ລົງ​ທຶນ 2 ຕື້​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ບໍ​ລິ​ສັດ Grab ໃນ​ການ​ເສີມ​ສ້າງ​ຖາ​ນະ​ນຳ​ພາ​ໃນ​ເສດ​ຖະ​ກິ​ດ​ອິນ​ເຕີ​ເນັດ​ຂອງ​ພາກ​ພື້ນ ເພື່ອ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ຄົມ​ມະ​ນາ​ຄົມ​ແລະ​ການ​ທະ​ນາ​ຄານ​ທີ່​ປອດ​ໄພ​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ ພ້ອມ​ທັງ​ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບແລະ​ການ​ເຕີບ​ໂຕ​ໃໝ່​ຢ່າງ​ບໍ່​ຢຸດຢັ້ງ.

    ບໍ​ລິ​ສັດ Grab ​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ສິງ​ກະ​ໂປ ແມ່ນ​ໜຶ່ງ​ໃນຖານ​ເຄື່ອນ​ທີ່​ທີ່​ຄຶກ​ຄັກ​ທີ່​ສຸດ​ໃນ​ພາກ​ພື້ນ ເຊິ່ງ​ມີ​ຜູ້​ດາວ​ໂຫຼດຫຼາຍກວ່າ 50 ລ້ານ​ເລກ​ໝາຍ. ​ຂະ​ນະ​ດຽວ​ກັນ, ບໍ​ລິ​ສັດ​ດັ່ງ​ກ່າວ ກໍມີ​ຂະ​ບວນ​ລົດ​​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ພາກ​ພື້ນ ໂດຍ​ມີ​ຜູ້​ຂັບ​ລົດຫຼາຍກວ່າ 1 ລ້ານ 1 ແສນ​ຄົນ​ໃຫ້​ການ​ບໍ​ລິ​ການ​ລົດ​ສະ​ເພາະ, ລົດ​ດ່ວນ, ລົດ​ທາງ​ດຽວ​ກັນ, ລົດ​ຈັກ, ລົດ​ແທັກ​ຊີ ແລະ​ລົດຮັບ​ເໝົາເປັນ​ຕົ້ນ​ຢູ່ 65 ຕົວ​ເມືອງ​ຂອງ 7 ປະ​ເທດ​​ໃນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ມີ​ໃບ​ຈອງ​ເກືອບ 3 ລ້ານ​ສະ​ບັບ​ຕໍ່​ມື້ ແລະ​ກວມ 95% ຂອງ​ຕະຫຼາດ​ລົດ​ແທັກ​ຊີ​ຝ່າຍ​ທີ​ສາມ ແລະ​ກວມ​ 71% ຂອງ​ຕະຫຼາດ​ຈ້າງ​ລົດ​ສ່ວນ​ຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ