ມາດ​ຕະ​ການ​ຈຳ​ກັດ​ການ​ຄ້າ​ທີ່​ເພີ່ມ​ຂຶ້ນ​ໃໝ່​ມີ​ໜ້ອຍ​ທີ່​ສຸດ​ນັບ​ແຕ່​ປີ 2008 ເປັນ​ຕົ້ນ​ມາ
2017-07-25 16:26:28  cri 
    ອົງ​ການ​ການ​ຄ້າ​ໂລກ​ໄດ້ເປີດ​ເຜີຍ​ບົດ​ລາຍ​ງານໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້​ວ່າ, ນັບ​ແຕ່​ກາງ​ເດືອນ​ຕຸ​ລາ​ປີ​ຜ່ານ​ມາ​ຫາ​ກາງ​ເດືອນ​ພຶດ​ສະ​ພາ​ປີນີ້, ສະ​ມາ​ຊິກ​ອົງ​ການ​​ຕົນ ໄດ້​ເລີ່ມ​ນຳ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ການ​ຄ້າ 74 ຂໍ້ ໂດຍ​ສະ​ເລ່ຍ​ແລ້ວ​ເກືອບ 11 ຂໍ້​ຕໍ່​ເດືອນ ເຊິ່ງ​ເປັນ​ສະ​ຖິ​ຕິ​ຕ່ຳ​ສຸດ​ນັບ​ແຕ່ເກີດ​ວິ​ກິດ​ການ​ກາ​ນ​ເງິນ​ປີ 2008 ເປັນ​ຕົ້ນ​ມາ.

    ມາດ​ຕະ​ການ​ຈຳ​ກັດ​ການ​ຄ້າ​​ປະ​ກອບ​ມີ: ການ​ເພີ່ມຫຼື​ຍົກ​ສູງ​ພາ​ສີ​, ການ​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ດ່ານ​ພາ​ສີ ແລະ​ກາ​ນ​ຈຳ​ກັດ​ຈຳ​ນວນ​ເປັນ​ຕົ້ນ.

    ບົດ​ລາຍງານ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄລ​ຍະ​ດຽວ​ກັນ, ສະ​ມາ​ຊິກ​ອົງ​ການ​ຕົນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າເພີ່ມ​ຂຶ້ນ 80 ຂໍ້, ເຊິ່ງ​​ໄດ້ລວມ​ເອົາ​ທັງ​ການ​ຍົກ​ເລິກຫຼື​ການຫຼຸດ​ພາ​ສີ​​ໃຫ້​ຕ່ຳ​ລົງ, ການ​ຮັດ​ກຸມຂັ້ນ​ຕອນ​ຜ່ານ​ດ່ານ ແລະ​ອື່ນໆ ເຊິ່ງ​ສະ​ເລ່ຍ​ແລ້ວ​ມີຫຼາຍກວ່າ 11 ຂໍ້​ຕໍ່​ເດືອນ ແລະ​ເປັນ​ສະ​ຕິ​ຖິ​ຕ່ຳ​ອັນ​ດັບ​ທີ​ສອງ​ນັບ​ແຕ່​ປີ 2008 ເປັນ​ຕົ້ນ​ມາ. ຂະ​ນະ​ດຽວ​ກັນ, ມູນ​ຄ່າ​ການ​ຄ້າ​ທີ່​ພົວ​ພັນ​ກັບ​ມາດ​ຕະ​ການ​ສ້າງ​ຄວາມ​ສະ​ດວກນັ້ນ ​ບັນ​ລຸຫຼາຍກວ່າ​ມູນ​ຄ່າ​ການ​ຄ້າ​ທີ່​ພົວ​ພັນ​ກັບ​ມາດ​ຕະ​ການ​ຈຳ​ກັດ 3 ເທົ່າ​ຂຶ້ນ​ໄປ.

    ທ່ານ ໂຣ​ເບີ​ໂຕ ອາ​ເຈີ​ເວ​ໂດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ເຫັນ​ວ່າ, ບົດ​ລາຍ​ງານ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ມາ​ຊິກ​ອົງ​ການ​ຕົນ ເພື່ອ​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ດ້ານ​ການ​ຄ້າ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ