ອາ​ເມ​ລິ​ກາ​ຍິງ​ເຕືອນ​ເຮືອ​ອີ​ຣານ
2017-07-26 10:58:35  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້​ວ່າ: ກຳ​ປັ່ນ​ຮົບ​ລຳ​ໜຶ່ງ​ຂອງກອງ​ທັບ​ເຮືອ​ຕົນໄດ້​ຍິງ​ເຕືອນເຮືອ​ຂອງ​ອີ​ຣານຫຼາຍ​ນັດ​ຫຼັງ​ແລ່ນ​ເຂົ້າ​ມາ​ໃກ້​ຂະ​ນະ​ແລ່ນ​ຜ່ານ​ອ່າວ​ເປີ​ເຊຍ.

ເຈົ້າ​ໜ້າ​ທີ່​ທີ່​ບໍ່ປະ​ສົງ​ອອກ​ນາມ​ທ່ານ​ນີ້​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ໃນ​ມື້​ດັ່ງ​ກ່າວ, ໄດ້​ມີ​ເຮືອ​ຂອງ​ອີ​ຣານ​ລຳ​ໜຶ່ງ​ແລ່ນເຂົ້າ​​ມາໃກ້ທີ່​ສຸ​ດ​ຄື​ບໍ່​ເຖິງ 140 ແມັດ​,ຂະ​ນະ​ທີ່ກຳ​ປັ່ນ​ລາດ​ຕະ​ເວນ USS ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​​ກາແລ່ນ​ຜ່ານ​ເຂດ​ທະ​ເລ​ເສັ້ນ​ເໜືອ​ຂອງ​ອ່າວ​ທະ​ເລ.
ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ຕື່ມວ່າ: ລູກ​ເຮືອ USS Thunderbolt ໄດ້​ຍິງ ​ເຕືອນ​ຫຼາຍນັດ​ຫຼັງ​ບໍ່​ສຳ​ເລັດ​ໃນ​ການ​ຕິດ​ຕໍ່​ທາງ​ໂຟ​ນີ​ກັບ​ເຮືອ​ຂອງ​ອີ​ຣານ. ຈາກ​ນັ້ນ ເຮືອ​ຂອງ​ອີ​ຣານ​ໄດ້​ຢຸດແລ່ນເຂົ້າ​ໃກ້​ກຳ​ປັ່ນ​ລາດ​ຕະ​ເວນ​ຂອງ​ອາ​ເມ​ລິ​ກາ, ແຕ່​ກໍ​ສືບ​ຕໍ່​ຢຸດ​ຢູ່​ເຂດ​ທະ​ເລ​ໃກ້​ຄຽງ​ເປັນ​ເວ​ລາ​ຫຼາຍ​ຊົ່ວ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ