​ລາ​ຊີ​ນີ​​ໂຕ​ນ້ອຍ
2017-07-26 17:13:24  cri 

ຂະ​ແໜງ​ການ​ສົ່ງ​ເຂົ້າ​ກ່ອງ​ເປັນ​ຂະ​ແໜງ​ການ​ທີ່​ເຕີບ​ໃຫຍ່​ຢ່າງວ່ອງ​ໄວ​​ຢູ່​ຈີນ ໂດຍ​ເຫັນ​ໄດ້ມາ​ຮອດ​ທ້າຍ​ປີ​ຜ່ານ​ມາ, ລູກ​ຄ້າ​ໄດ້​ສັ່ງ​ຊື້​ເຂົ້າ​ກ່ອງທາງ​ອິນ​ເຕີ​ເນັດ​​ເຖິງ 209 ລ້ານ​​ເທື່ອຄົນ ແລະ​ໄດ້​ເພີ່ມ​ຂຶ້ນກວ່າ 80% ຕໍ່​​ປີ. ພະ​ນັກ​ງານ​ສົ່ງ​ເຂົ້າ​ກ່ອງ​ສ່ວນຫຼາຍ​ຈະ​ເປັນ​ຜູ້​ຊາຍ, ແຕ່​ມີ​ແຕ່ນາງ​ຮວນ​ຮວນ​​ໜຶ່ງ​ດຽວ​ເທົ່າ​ນັ້ນ ທີ່​ເປັນ​ຄົນ​ພິ​ເສດ​ໃນ​ໝູ່​ພະ​ນັກ​ງານ​ດ້ວຍ​ກັນ​ແລະ​ເນື່ອງ​ຈາກນາງ​ເປັນ​ຄົນ​ຮ່າງ​ນ້ອຍ​ຄີງ​ບາງ ຈິ່ງ​ເຮັດ​ໃຫ້ຫຼາຍ​ຄົນ​ສົນ​ໃຈ​​ເປັນ​ພິ​ເສດ. ຂະ​ນະ​ທີ່​ບໍ​ລິ​ສັດ​ປະ​ຊຸມ​ກັນ​ໃນ​ເວ​ລາ 9 ໂມງ​ 30 ນາ​ທີ​ທຸກວັນ, ນາງ​ຮວນ​ຮວນ​​ໄດ້​ກາຍ​ເປັນ​ພະ​ນັກ​ງານ​ຜູ້​ທີ່​ເດັ່ນ​ກວ່າ​ໝູ່​ໃນ​ຖັນ​ແຖວ​ພະ​ນັກ​ງານດ້ວຍ​ກັນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ