ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຟິ​ລິບ​ປິນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ
2017-07-26 17:11:51  cri 
    ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ໂອ​ກາດ​ ​ຖະ​ແຫຼງ​ຂ່າວຮ່ວມ​ກັບ​ທ່ານ ອາ​ລານ ປີ​ເຕີ ຄາ​ເຢ​ທາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ​ຢູ່​ນະ​ຄອ​ນຫຼວງ​ມະ​ນີ​ລາ​ເມື່ອ​ວັນ​ທີ 25 ກໍ​ລະ​ກົດ​ນີ້​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຟິ​ລິ​ບ​ປິນ, ຈີນ​ຍິນ​ດີ​ເປັນ​ຄູ່​ຮ່ວມ​ມື​ທີ່​ຈິງ​ໃຈ ​ແລະ​ຖາ​ວອນ​ທີ່​ສຸດ​ບົນ​ເສັ້ນ​ທາງ​ພັດ​ທະ​ນາ​ປະ​ເທດ​ຟິ​ລິບ​ປິນ​ໃຫ້​ຈະ​ເລີນກ້າວ​ໜ້າ​ຂຶ້ນ.

    ທ່ານ ວາງຢີ້ ກ່າວ​ວ່າ, ຈີນ​ຈະ​ສະ​ໜັບ​ສະ​ໜູນ​ຟິ​ລິບ​ປິນ 5 ດ້ານ​ຄື: ໜຶ່ງ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນການປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ ແລະ​ຊອກ​ຫາ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຂອງ​ປະ​ເທດ​ຕົນ; ສອງ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ປາບ​ປາມ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ແລະ​ລັດ​ທິກໍ່​ການ​ຮ້າຍ; ສາມ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​​ມິດ​ຕະ​ພາບ​ແລະ​ຮ່ວມ​ມື​ກັບ​ຈີນ​ທີ່​ຄັດ​ເລືອກ​ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ເຕີ​ເຕ; ສີ່, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ທານ​ປະ​ເທດ​ໝູນ​ວຽນ​ອາ​ຊຽນ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ ແລະ​ຫ້າ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຟິ​ລິບ​ປິນ​ແລະ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ​ໃນ​ກາ​ນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ