ຖານ​ຈຳ​ລອງ​ດາວ​ອັງ​ຄານ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ສ້າງ​ຂຶ້ນ​ຢູ່​ແຂວງ​ຊິ່ງ​ໄຫ
2017-07-26 17:13:20  cri 
    ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ແຜນ​ການ​ລວມສ້າງ​ບ້ານ​ດາ​ວ​ອັງ​ຄານ (ຖານ​ຈຳ​ລອງ​ດາວ​ອັງ​ຄານ) ຂອງ​ຈີນ ແລະ​ພິ​ທີ​ເຊັນ​ສັນ​ຍາ ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ເດີ​ລິງ​ຮາ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ມົງ​ໂກນ​ເຜົ່າ​ຕິ​ເບດ​ໄຫ​ຊີ່ແຂວງ​ຊິ່ງ​ໄຫ ສ​ປ ຈີນ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຖານ​ຈຳ​ລອງ​ດາວ​ອັງ​ຄານ​ແຫ່ງ​ທຳ​ອິດ​ຂອງ​ຈີນ ຈະ​ສ້າງ​ຂຶ້ນ​ຢູ່​ກິ່ງ​ແຂວງ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ.

    ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ມົງ​ໂກນ​​ເຜົ່າ​ຕິ​ເບດໄຫ​ຊີ່ ຕັ້ງ​ຢູ່​ພາກ​ກາງ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ, ມີພູມ​ສັນ​ຖານ Yardang ​ທີ່​ພົ້ນ​ເດັ່ນ​ກວ່າ​ເກົ່າ​ແລະ​ໃຫຍ່​ທີ່​ສຸດ​ຂອງ​ຈີນ ເຊິ່ງ​ພູມ​ສັນ​ຖານ, ສະ​ພາບ​ດິນ, ທິວ​ທັດ​ທຳ​ມະ​ຊາດ ແລະ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ທີ່​ມີ​ເອ​ກະ​ລັກຢູ່ແຫ່ງນີ້ ຄ້າຍ​ຄື​ກັບ​ຜິວ​ໜ້າ​ດາວ​ອັງ​ຄານ​ທີ່​ສຸດ.

    ທ່ານ ລິວ​ສຽວ​ຊຸນ ຫົວ​ໜ້າ​ພະ​ແນກ​ສຳຫຼວດ​ດວງ​ຈັນແລະ​ອະ​ວະ​ກາດ​ທີ່​ໄກສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ ໃຫ້​ຮູ້​ວ່າ, ການ​ທີ່​ໂຄງ​ການ​ບ້ານ​ດາວ​ອັງ​ຄານ​ຈີນ ເລືອກ​ສ້າງ​ຢູ່​ເຂດ​ພູ​ພຽງ​ຊິງ​ໄຫ​ຕິ​ເບດນັ້ນ ເປັນ​ການ​ເພີ່ມ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ບໍ່​ທຳ​ມະ​ດາ ແລະ​ເປັນ​ການ​ສ້າງ​ຖານ​ພຶດ​ຕິ​ກຳວິ​ທະ​ຍາ​ສາດແລະ​ການ​ສຶກ​ສາ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ, ດາ​ລາ​ສາດ, ທໍ​ລະ​ນີ​ສາດ, ອຸ​​ທັກ​ກະ​ສາດ, ດິນ​ຟ້າ​ອາ​ກາດ ແລະ​ພະ​ລັງ​ງານ​ໃໝ່​ແຫ່ງ​ທຳ​ອິດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ