ພະ​ຍາດ​ໄຂ້​ຫວັດ​ໃຫຍ່ H1N1 ລະ​ບາດຢູ່​ມຽນ​ມາເຮັດ​ໃຫ້ 3 ຄົນ​ເສ​ຍ​ຊີ​ວິດ​
2017-07-26 17:14:50  cri 
    ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມຽນ​ມາ​ຢືນ​ຢັນ​ໃນ​ວັນ​ທີ 26 ກໍ​ລະ​ກົດ​ນີ້​ວ່າ, ພະ​ຍາດ​ໄຂ້​ຫວັດ​ໃຫຍ່ H1N1 ສາຍ​ພັນ A ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ຕົນ​ໃນ​ໄລ​ຍະ​ນີ້ ໄດ້​ເຮັດ​ໃຫ້ 3 ຄົນ​ເສ​ຍ​ຊີ​ວິດ ແລະ​ອີກ 16 ຄົນ​ຖືກ​ບົ່ງ​ມະ​ຕິ​ວ່າ​ຕິດ​ເຊື້ອ​ດັ່ງ​ກ່າວ.

    ຜູ້​ເສຍ​ຊີ​ວິ​ແມ່ນ​ຜູ້​ຊາຍ​ອາ​ຍຸ 25 ປີ​​ໜຶ່ງຄົນ, ແມ່​ມານອາ​ຍຸ 29 ປີ​ໜຶ່ງຄົນ ແລະ​ເດັກ​ຊາຍ​ອາ​ຍຸ 6 ປີ​​ໜຶ່ງຄົນ. ຂ່າວ​ແຈ້ງວ່າ, ຜູ້​ຕິດ​ພະ​ຍາດ​ສ່ວນຫຼາຍ​ມາ​ຈາກ​ລັດ​ຊິນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ. ແນວ​ໃດ​ກໍ​ດີ, ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເຕືອນ​ໃຫ້​ປະ​ຊາ​ຊົນ​ຈົ່ງ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ ພ້ອມ​ທັງ​ກ່າວ​ວ່າ ບໍ່​ຕ້ອງ​ຢ້ານ​ ຫຼາຍ​ເກີນ​ໄປ.

    ໄຂ້​ຫວັດ​ໃຫຍ່ H1N1 ສາຍ​ພັນ A ຍັງ​ມີ​ຊື່​ວ່າ​ໄຂ້​ຫວັດ​ໝູ ເນື່ອງ​ຈາກໂຕ​ໝູ​ມີ​ໄວ​ຣັດ​ປະ​ເພດນີ້ຫຼາຍ​ທີ່​ສຸດ, ແຕ່​ຄົນ​ເຮົາ​ກິນ​ຊີ້ນ​ໝູຫຼື​ຜະ​ລິດ​ຕະ​ພັນ​ໝູ​ນັ້ນ​ຈະ​ບໍ່​ຕິດ​ພະ​ຍາດ​ດັ່ງ​ກ່າວ ເພາະ​ວ່າ​ໄວ​ຣັດ​ຈະ​ແຜ່​ລາມ​ຜ່ານ​ລະ​ບົບ​ຫາຍ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ