ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ຈະ​ເຮັດ​ໃຫ້​ສອງ​ປະ​ເທດ​ເຊື່ອມ​ຕໍ່​ກັນ​
2017-07-26 17:16:19  cri 
    ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ທີ 25 ກໍ​ລະ​ກົດ​ນີ້​ວ່າ, ການ​ຮ່ວມ​ມື​ທາງ​ລົດ​ໄຟ ແມ່ນ​ໂຄງ​ການ​ເຊື່ອມ​ຈອດ​ທີ່​ສຳ​ຄັນ​ລະ​ຫວ່າງ​ຈີນ​ກັບ​ໄທ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ບັນ​ລຸ​ການ​ເຊື່ອມ​ຈອດ​ຕະຫຼາດ​ສອງ​ປະ​ເທດ​ຢ່າງ​ແຂງ​ແຮງເທົ່າ​ນັ້ນ, ຍັງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ທົ່ວ​ແຫຼມ​ອິນ​ດູ​ຈີນ ຕະຫຼອດ​ຮອດ​ພາກ​ພື້ນ​ອາ​ຊຽນ​ນຳ​ອີກ.

    ທ່ານ ລູ້​ຄ່າງ ກ່າວ​ຕື່ມ​ວ່າ, ການ​ຮ່ວມ​ມື​ທາງ​ລົດ​ໄຟ​ແມ່ນ​ໂຄງ​ການ​ສຳ​ຄັນ​ທີ່​ຈີນ​ແລະ​ໄທ​ຕ່າງ​ກໍ​​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄທ​ເທົ່າ​ນັ້ນ, ຍັງ​ຈະ​ບັນ​ລຸ​ການ​ບຸກ​ທະ​ລຸ​ຂອງ​ຕາ​ໜ່າງ​ທາງ​ລົດ​ໄຟ​ຜ່ານ​ອາ​ຊີ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​​ແຫຼມ​ອິນ​ດູ​ຈີນ ແລະ​ພາກ​ພື້ນ​ອາ​ຊຽນ. ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ໄທ ປະ​ສານ​ສົມ​ທົບ​ຢ່າງ​ໃກ້​ຊິດ ແລະ​ພະ​ຍາ​ຍາມ​ເຮັດ​ໃຫ້​ໄດ້ລົງ​ມື​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ