6 ເດືອນ​ຕົ້ນ​ປີ 2017 ​ມີ​ຄົນຈີນ​​ຫຼິ້ນ​ເກມຫຼາຍກວ່າ 500 ລ້ານ
2017-07-27 11:52:09  cri 
ຕາມ​ຂ່າວ CRI:  ກອງ​ປະ​ຊຸມ​ຂະ​ແໜງ​ການ​ບັນ​ເທີງ​ດີ​ຈີ​ດອນ​ສາ​ກົນ​ຈີນ 2017 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໃນ​ວັນ​ທີ 26 ກໍ​ລະ​ກົດ​ນີ້ ​ແລະໄດ້​​ຜ່ານ​ບົດ​ລາຍ​ງານ​ຂອງຂະ​ແໜງ​ການ​ເກມ​ຈີນ​ແຕ່​ເດືອນ​ມັງ​ກອນ-ເດືອນ​ມິ​ຖຸ​ນາ 2017  ໂດຍຊີ້​ໃຫ້​ເຫັນ​ວ່າ ໃນ6 ເດືອນ​ຕົ້ນ​ປີ 2017, ​ຄົນ​ຈີ ​ຫຼີ້ນ​ເກມ​ມີ​ເຖິງ 507 ລ້ານ​ຄົນ ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ 3,6%.

ໃນໄລ​ຍະ​ດຽວ​ກັນ ຕະ​ຫຼາດ​ເກມ​ຂອງ​ຈີນ​ເຊິ່ງ​ກວມ​ເອົາ​ທັງ​ເກມ​ທງ​ມື​ຖື ຄອມ​ພິວ​ເຕີ​ຕັ້ງ​ໂຕະ ແລະທາງ​ສື່​ສັງ​ຄົມ​ອອນ​ໄລເປັນ​ຕົ້ນ ສ້າງລາຍ​ຮັບ​ໄດ້​ເຖິງ 99 ຕື້ 780 ລ້ານຢວນ  ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່​ານ​ມາ 26,7%. ຂະ​ນະ​ດຽວ​ກັນ, ຕະ​ຫຼາດ​ເກມ​ອິນ​ເຕີ​ເນັດ​ທີ່​ຈີນ​ຄົ້ນ​ຄວ້າ​ແລະ​ຜະ​ລິດ​ນັ້ນສ້າງ​ລາຍ​​ຮັບ​ໄດ້​ຈາກ​ການ​ຈຳ​ໜ່າຍ​ຕົວ​ຈິງ​ເຖິງ 69 ຕື້ 370 ລ້ານຢວນ ເພີ່ມ​ຂຶ້ນ 21,6%. ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້​ເຫັນ​ອີກວ່າ, ​ໂດຍ​ລວມ​ແລ້ວຂະ​ແໜງ​ການ​ເກມ​ຂອງ​ຈີນ​ມີທ່າ​​ອ່ຽງ​​ເຕີບ​ໃຫຍ່​ຂຶ້ນ​, ຈັງ​ຫວະ​ການ​ເຕີບ​ໂຕ​ຊ້າ​ລົງ ແລະ​ຄຸນ​ນະ​ພາບ​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ