ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 26 ກໍລະກົດນີ້ ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ປັດຈຸບັນ ສະຖານະການແຫຼມເກົາຫຼີຜັນແປຢ່າງສະຫຼັບສະຊ້ອນຫຼາຍ ເຊິ່ງຈີນເດັດດ່ຽວຄັດຄ້ານທຸກຄຳເວົ້າແລະການກະທຳທີ່ເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນ ແລະຄວາມຂັດແຍ່ງຮຸນແຮງຂຶ້ນ ແລະຫວັງວ່າທຸກຝ່າຍທີ່ກ່ຽວຂ້ອງຈົ່ງສຸມສາຍຕາໃສ່ສະພາບລວມຂອງແຫຼມເກົາຫຼີທີ່ມີສັນຕິພາບແລະຄວາມໝັ້ນຄົງດ້ວຍການຮັກສາຄວາມອົດກັ້ນໄນ້ ແລະສຸມທຸກ ຄວາມພະຍາຍາມຫາລືດ້ວຍຄວາມສ້າງສັນເພື່ອຫຼຸດຜ່ອນສະຖານະການຢູ່ແຫຼມເກົາຫຼີ.
ຕາມສື່ອາເມລິກໄດ້ລາຍງານວ່າ, ອີກບໍ່ດົນ ສປປ ເກົາຫຼີຈະທົດລອງຍິງລູກສອນໄຟອີກເທື່ອໜຶ່ງ ເຊິ່ງຂ່າວນີ້ ທ່ານລູ້ຄ່າງໄດ້ຕອບຄຳຖາມຂອງນັກຂ່າວ ວ່າ ກ່ຽວກັບບັນຫາ ສປປເກົາຫຼີ ທົດລອງຍິງລູກສອນໄຟນັ້ນ ຈີນໄດ້ພົວພັນປະສານງານກັບສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດອື່ນໆ ເຊັ່ນອາເມລິກາ ແລະຣັດເຊຍແລ້ວ ເຊິ່ງຈີນເຫັນວ່າ ການທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດສາມັກຄີ ແລະເປັນເອກະພາບກັນໃນບັນຫານິວເຄຼຍແຫຼມເກົາຫຼີນັ້ນ ມີຄວາມສຳຄັນຫຼາຍ, ການກະທຳໃດໆຂອງສະພາຄວາມໝັ້ນຄົງຕ້ອງເປັນຜົນດີຕໍ່ການບັນລຸເປົ້າໝາຍການປອດນິວເຄຼຍ ສັນຕິພາບ ແລະຄວາມໝັ້ນຄົງຢູ່ແຫຼມເກົາຫຼີ. ຈີນພ້ອມສຸມທຸກທຳຄວາມພະຍາຍາມຮ່ວມກັບທຸກຝ່າຍໃຫ້ນຳເອົາບັນຫາແຫຼມເກົາຫຼີກັບຄືນສູ່ວິຖີທາງທີ່ຖືກຕ້ອງຄື ແກ້ໄຂດ້ວຍການເຈລະຈາໂດຍສັນຕິ.