ກອງ​ປະຊຸມ​ປຶກສາ​ຫາລື​ຄວາມ​ໝັ້ນຄົງ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ຣັດ​ເຊຍຮອບທີ 13 ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ
2017-07-27 11:24:02  cri 

ທ່ານ​ຢາງ​ເຈ​ສື ທີ່​ປຶກສາ​ແຫ່ງ​ລັດ​ຈີນ ​ແລະ ທ່ານ​ນີ​ໂກ​ລາຍ ປາຕຣູ​ເຊັຟ ​ເລຂາທິການ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສະຫະພັນຣັດ​ເຊຍ ​ໄດ້​ຮ່ວມ​ກັນເປັນ​ປະທານ​ກອງ​ປະຊຸມ​ປຶກສາ​ຫາລື​ຄວາມ​ໝັ້ນຄົງ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຮອບ​ທີ 13 ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 26 ກໍລະກົດ​ນີ້.

ທ່ານ​ຢາງ​ເຈ​ສື ຊີ້​ວ່າ: ພາຍ​ໃຕ້​ການ​ນຳພາ​ທາງ​ຍຸດ​ທະ​ສາດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​ວລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັກສາ​ການ​ພັດທະນາ​ໃນ​ລະດັບ​ສູງ ​ແລະ ພວມ​ຢູ່​ໃນ​ໄລຍະ​ທີ່​ດີ​ທີ່​ສຸດ​ໃນ​ປະຫວັດສາດ.

ທ່ານ​ປາຕຣູ​ເຊັຟ ກ່າວ​ວ່າ: ການ​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ປະສານ​ງານ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ທິດ​ທາງ​ບຸລິມະສິດ​ຂອງ​ປະ​ເທດ​ຕົນ. ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ທາງ​ຍຸດ​ທະ​ສາດ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ຈີນ​ໃນ​ກິດຈະການ​ສາກົນ.

ຂ່າວ​ແຈ້ງ​ອີກ​ວ່າ: ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ການ​ຮ່ວມ​ມື​ໃນ​ກິດຈະການ​ສາກົນແລະ​ໃນ​ຂອບຫຼາຍຝ່າຍ ພ້ອມ​ດ້ວຍ​ບັນຫາຕ່າງໆ​ທີ່​ເປັນ​ບັນຫາ​ຈຸດ​ຮ້ອນ​​ໃນສາກົນ​ແລະ​ພາກ​ພື້ນ ​ແລະ​ໄດ້​ບັນລຸຄວາມເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ.

ສອງ​ຝ່າຍ​ຍັງ​ເຫັນ​ດີ​ເພີ່ມ​ທະວີການ​ແລກປ່ຽນ​ແລະ​ປະສານ​ງານ ​ເພື່ອຊຸກຍູ້​ກອງ​ປະຊຸມ​ຜູ້​ແທນ​ຂັ້ນສູງ​ກິດຈະການ​ຄວາມ​ໝັ້ນຄົງ​​ແຫ່ງ​ຊາດ​ຂອງປະ​ເທດ​ບຣິກສ໌ຄັ້ງທີ 7​ ໃຫ້​ປະສົບ​ຜົນສຳ​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ