ໄທ​ສະຫຼອງ​ວັນຄົບຮອບ 65 ພັນ​ສາ​ຂອງເຈົ້າຊີວິດ​ຢ່າງ​ຄຶກຄື້ນ
2017-07-27 11:28:36  cri 

​ເພື່ອ​ສະ​ເຫຼີມສະຫຼອງວັນ​ຄົບຮອບ 65 ພັນ​ສາ​ຂອງມະຫາ​ວະຊິຣະລົງ​ກອນ ​ເຈົ້າຊີວິດ​ອົງ​ທີ 10 ຂອງປະ​ເທດ​ໄທ ​ໃນວັນ​ທີ 26 ກໍລະກົດ​ນີ້, ປະຊາຊົນ​ໄທຫຼາຍຮ້ອຍ​ຄົນ ​ໄດ້​​ເດີນທາງ​ໄປ​ປ່ອຍ​ເຕົ່າ​ທະ​ເລ 1.066 ​ໂຕ​ລົງ​ສູ່​ທະ​ເລ. ຂະນະ​ທີ່ຢູ່ຫົວຖະໜົນ​ສາຍຕ່າງໆ, ສະຖານີ​ລົດ​ໄຟ ​ແລະ​ບ່ອນ​ອື່ນໆ ຂອງນະຄອນຫຼວງບາງກອກ ກໍ​ໄດ້​ແຂ​ວນຮູບ​ພາບ​ເຈົ້າຊີວິດ​ຂະໜາດ​ໃຫຍ່ ​ແລະ ລັດຖະບານ​ກໍ​ໄດ້​ປະກາດ​ວາລະການ​ກຸສົນ​ເພື່ອ​ສະຫຼອງວັນພະຣາຊະ​ສົມພົບ​ຂອງ​ເຈົ້າຊີວິດ.

ວັນ​ທີ 28 ກໍ​ລະ​ກົດ​ນີ້ ​ແມ່​ນວັນ​ຄົບຮອບ 65 ພັນ​ສາ​ຂອງ​ເຈົ້າຊີວິດ​ວະ​ຊິຣະລົງ​ກອນ ປະ​ເທດ​ໄທ ​ແລະ​ກໍ​​ແມ່ນ​ວັນ​ພະຣາຊະ​ສົມພົບ​ຄັ້ງທຳ​ອິດຂອງ​ພະ​ອົງ ຫຼັງຂຶ້ນຄອງ​ລາຊະ​ບັນລັງ​ເມື່ອ​ວັນ​ທີ 1 ທັນວາ​ປີຜ່ານມາ. ລັດຖະບານ​ໄທ ກໍ​ໄດ້​ກຳນົດ​ການຈັດພິທີການ​ກຸສົນ​​ລວມທັງ​ກຳນົດ​ເຄື່ອງນຸ່ງເພື່ອສະຫຼອງວັນດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ