ອະດີດ​ນາຍົກລັດຖະມົນຕີ​ໄທຖືກອາຍັດ​ບັນຊີ​ທະນາຄານ
2017-07-27 15:40:58  cri 

ກະຊວງ​ຍຸຕິ​ທຳ​​ໄທ​ຢືນຢັນ​ໃນ​ວັນ​ທີ 25 ກໍລະກົດ​ນີ້​ວ່າ: ​ໄດ້​ເລີ່​ມອາ​ຍັດ​ບັນຊີ​ທະນາຄານ 12 ບັນຊີ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີປະ​ເທດ​ຕົນ​​ຫຼັງຕັດສິນ​ຍຶດຊັບ​ໃນຄະດີຈຳນຳ​ເຂົ້າ. ຂະນະ​ທີ່​ທ່ານ​ນາງ​ຍິ່ງ​ລັກ ກໍ​ໄດ້​ຢືນຢັນ​ໃນ​ສື່​ສັງຄົມ​ອອນ​ລາຍ​ວ່າ ລັດຖະບານ​ໄດ້​ອາ​ຍັດ​ຊັບ​ສິນ​ຂອງ​ຕົນ​.

ສານ​ສູງ​ສຸດ​ຂອງ​ໄທ​ຈະຕັດສິນ​ຄະດີຈຳນຳເຂົ້າໃນ​ວັນ​ທີ 25 ​ເດືອນ​ໜ້າ​ນີ້ ​ແລະ​ຖ້າວ່າ​ທ່ານ​ນາງ​ຍິ່ງ​ລັກ​ຖືກ​ຕັດສິນ​ວ່າ​ກະທຳ​ຜິດ​ ກໍ​ຈະ​ຖືກ​ລົງ​ໂທດໜັກ​ສຸດ​ຈຳ​ຄຸກ 10 ປີ.

​ໂຄງການ​ຈຳນຳ​ເຂົ້າແມ່ນ​ນະ​ໂຍບາຍ​​ໜຶ່ງ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ທີ່​ເລີ່​ມ​ປະຕິບັດ​ຂະນະ​ທີ່​ທ່ານ​ຫາ​ກໍ​ຂຶ້ນດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ​ໄທ​ເມື່ອ​ເດືອນ​ສິງຫາ​ປີ 2011 ​ໂດຍ​ລັດຖະບານຈຳນຳ​ເຂົ້ານຳ​ກະສິກອນ​ໃນ​ລາຄາ​ແພງ​ກວ່າ​ຕະຫຼາດ ​ແຕ່​ຕໍ່​ມາ​ຖືກ​ຕຳ​ໜິວ່າສົ່ງ​ຜົນ​ເຮັດ​ໃຫ້​ຂາດທຶນ ທັງ​ເກີດ​ການ​ສໍ້​ລາດ​ບັງຫຼວງຢ່າງຫຼວງຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ