ປະ​ກາດ​ພາ​ວະ​ສຸກ​ເສີນ​ຢູ່ 5 ແຂວງປະ​ເທດ​ອິນ​ໂດ​ເນ​ເຊຍ​ຫຼັງ​ໄຟ​ໄໝ້​ປ່າ
2017-07-27 15:52:31  cri 
ວັນ​ທີ 26 ກໍ​ລະ​ກົດ​ນີ້, ກົມ​ຕ້ານ​ໄພ​ພິ​ບັດ​​ອິນ​ໂດ​ເນ​ເຊຍ​ໃຫ້​ຮູ້​ວ່າ: ເພື່ອ ​ຮັບ​ມື​ກັບ​ສະ​ພາບ​ໄຟ​ໄໝ້​ປ່າ​ທີ່​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ, 5 ແຂວງ​ຢູ່ເກາະ​ຊຸ​ມາ​ຕ​ຣາ​ແລະ​ເກາະ​ກາ​ລີ​​ມັນ​ຕັນໄດ້​ປະ​ກາດ​​ພາ​ວະ​ສຸກ​ເສີນ.

5 ແຂວງ​ດັ່ງ​ກ່າວ​ປະ​ກອບ​ມີ​ແຂວງ​ຣຽວ,ແຂວງຈຳ​ບີ,ແຂວງ​ຊຸ​ມາ​ຕ​ຣາ​ໃຕ້,ແຂວງກາ​ລີ​​ມັນ​ຕັນ​ຕາ​ເວັນ​ຕົກແລະແຂວງ​ກາ​ລີ​ມັນ​ຕັນ​ໃຕ້. ປັດ​ຈຸ​ບັນ,ກົມ​ດັ່ງ​ກ່າວ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ແກ້​ໄຂ​ໄຟ​ໄໝ້​ປ່າ​​ໂດຍ​ປະ​ກອບ​ມີ​ໜ່ວຍ​ງານ​ຮັບ​ມື​ກັບ​ອຸ​ບັດ​ເຫດ​ທີ່​ເກີດ​ຂຶ້ນ​ກະ​ທັນ​ຫັນ,​ສາ​ທາ​ລະ​ນະ​ສຸກ,​ກົດ​ໝາຍ,ວຽກ​ງານ​ສັງ​ຄົມ,ຕຳ​ຫຼວດ​ທະ​ຫານ,ອາ​ສາ​ສະ​ໝັກ​ແລະ​ອື່ນໆເພື່ອ​ສົມ​ທົບ​ກັບ 5 ແຂວງ​ດັ່ງ​ກ່າວ ​ປ້ອງ​ກັນ,ຕິດ​ຕາມ​ຄວບ​ຄຸມແລະ​ມອດ​ໄຟ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ