ການ​ຮ່ວມ​ມື​ການ​ທະຫານ​ລະຫວ່າງ​ຣັດ​ເຊຍ-ຈີນບໍ່​​ເລັ່ງ​ໃສ່​ຝ່າຍ​ທີ 3 ​ເປັນ​ເປົ້າໝາຍ
2017-07-28 16:37:00  cri 

ທ່ານ​ວລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ກ່າວ​ຂະນະ​ຢ້ຽມຢາມ​ແຟງ​ລັງ​ໃນ​ວັນ​ທີ 27 ກໍລະກົດ​ນີ້​ວ່າ: ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງຣັດ​ເຊຍ-ຈີນ​ບໍ່​ໄດ້​ເລັ່ງ​ໃສ່ຝ່າຍ​ທີ 3 ​ເປັນ​ເປົ້າໝາຍ.

ຕອນ​ບ່າຍ​ຂອງ​ວັນ​ດັ່ງກ່າວ, ທ່ານ​ປູ​ຕິນ ​ແລະ ທ່ານ​ຊາວ​ລີ ນີນີສ​ໂຕ ປະທານາທິບໍດີ​ແຟງ​ລັງ ​ໄດ້​ພົບ​ປະ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ, ສະຖານະ​ການ​ພາກ​ພື້ນ ​ແລະ ບັນຫາສາກົນ. ຫຼັງພົບ​ປະ, ທ່ານ​ປູ​ຕິນ ໄດ້​ຖະ​ແຫຼງຂ່າວ​ຮ່ວມ ​ໂດຍ​ຕອບ​ນັກ​ຂ່າວທີ່​ຖາມ​ເຖິງ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ລະຫວ່າງ​ຣັດ​ເຊຍ-ຈີນຢູ່​ທະ​ເລ​ບານ​ຕິກ.

ທ່ານ​ປູ​ຕິນ ກ່າວ​ຕື່ມ​ວ່າ: ຣັດ​ເຊຍ​ແລະ​ຈີນ​ມີ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຢ່າງ​ກວ້າງຂວາງ ລວມທັງ​ດ້ານ​ເສດຖະກິດ, ການ​ເມືອງ ​ແລະ ການ​ທະຫານ, ຂະນະ​ທີ່​ການ​ຮ່ວມ​ມື​ເຫຼົ່ານີ້​ກໍ​ບໍ່​ຖື​ເອົາ​ຝ່າຍ​ທີ 3 ​ໃດໆ​ເປັນ​ເປົ້າໝາຍ ​ແຕ່​ຈະ​ນຳ​​ເອົາ​ຄວາມ​ສົມສ່ວນ​ມາສູ່​ໂລກ​ເປັນ​ສຳຄັນ, ຈາກ​ນີ້ ທັງສອງ​ປະ​ເທດພວກ​ເຮົາບໍ່​ໄດ້​ເປັນ​ພັນທະ​ມິດທາງ​ການ​ທະຫານຢ່າງ​ຜູກຂາດ.

ທ່ານ​ນີນີສ​ໂຕ ກ່າວ​ວ່າ: ນີ້ບໍ່​ແມ່ນ​ການຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລຄັ້ງທຳ​ອິດຂອງຈີນ ​ແລະ ຣັດ​ເຊຍ​ ​ແລະ​ຜ່ານ​ມາກອງທັບ​ເ​ຮື​ອຈີນ​ກໍ​​ເຄີຍ​ສົ່ງ​ກຳ​ປັ່ນ​ຮົບ​ໄປ​ຊ້ອມ​ຮົບ​ຢູ່​ເຂດ​ທະ​ເລ​ເມ​ດີ​ແຕຣາ​ເນ. ຂະນະ​ທີ່​ປະ​ເທດ​ຕົນ​ກໍ​ຈະ​ຊ້ອມ​ຮົບ​ຮ່ວມ​ກັບ​ຊູ​ແອັດ ​ແລະ ອາ​ເມ​ລິ​ກາ ຢູ່​​ເຂດ​ທະ​ເລ​ບານ​ຕິກ​ເຊັ່ນ​ດຽວ​ກັນ ​ແລະ​ການ​ຊ້ອມ​ຮົບ​ເຫຼົ່ານີ້​ກໍບໍ່​ໝາຍ​ຄວາມ​ວ່າ​ຈະ​ຕ້ອງ​​ເປັນ​ພັນທະ​ມິດ​ທາງການ​ທະຫານຢ່າງ​ຜູກຂາດ​ແຕ່​ປະການ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ