ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ​ຄວາມຊົມ​ເຊີຍຫຼັງ​ຄວາມ​ເຄັ່ງ​ຕຶງເຂດ​ເມືອງ​ເກົ່າ​ເຢ​ລູ​ຊາແລັມຫຼຸດ​ຜ່ອນ​ລົງ
2017-07-28 11:02:57  cri 
ວັນ​ທີ 27 ກໍ​ລະ​ກົດ​ນີ້, ທ່ານ​ອັນ​ໂຕ​ນີ ກູ​ເທີ​ເຣ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ກາ​ນ​ສະ​ຫະ​ປະ​ຊ​າ​ຊາດ​ໄດ້ອອກ​ຖ​ະ​ແຫຼງ​ການ​ຜ່ານ​ໂຄ​ສົກ​ຂອງ​ທ່ານ ​ເພື່ອ​ສະ​ແດງ​ຄວາມຊົມ​ເຊີຍ​ທີ່​ສະ​ຖາ​ນະ​ການ​ຢູ່​ເຂດ​ເມືອງ​ເກົ່າ​ເຢ​ລູ​ຊາ​ແລັມຫຼຸດ​ຜ່ອນ​​ລົງ.

ທ່ານ​ກູ​ເທີ​ເຣ​ສ໌​ກ່າວ​ໂດຍຫວັງ​ໃຫ້​ບັນ​ດາ​ຝ່າຍ​ຮັກ​ສາ​ການ​ປຶກ​ສາ​ຫາ​ລື​ກັນ, ສ້າງ​ບັນ​ຍາ​ກາດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ​ຕົນ​ກໍ​ຈະ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ບັນ​ດາ​ຝ່າຍ.

ວັນ​ທີ 14 ກໍ​ລະ​ກົດ​ນີ້, ຫຼັງ​ຈາກເຈົ້າ​ໜ້າ​ທີ່​ຕຳຫຼວດ​ອິ​ສ​ລາ​ແອນ​ 2 ຄົນ​ຖືກ​ຍິງເສຍ​ຊີ​ວິດ​ຢູ່​ພູ​ສັກ​ສິດ​ເຢ​ລູ​ຊາ​​ແລັມ. ອິ​ສ​ລາ​ແອນ​​ກໍໄດ້​ຕິດ​ຕັ້ງ​​ເຄື່ອງ​ກວດ​​ວັດ​ຖຸ​ຢູ່​ປາກ​ທາງ​ເຂົ້າ​ວັດ​ພູ ເຊິ່ງ​​ເຮັດໃຫ້​ຊາວ​ປາ​ແລສ​ຕິນ​ປະ​ທ້ວງ ແລະ​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ 10 ຄົນ ແລະ​ບາດ​ເຈັບ 500 ກວ່າ​ຄົນ. ​ໃນວັນ​ທີ 25 ​ເດືອນ​ດຽວ​ກັນ, ຄະ​ນະ​ຄວາມ​ໝັ້ນ​ຄົງ​ອິ​ສ​ລາ​ແອນ​ໄດ້​ຕົກ​ລົງ​​ຍົກ​ເລີກ​ເຄື່ອງ​ກວດ​ດັ່ງ​ກ່າວ ​ແລະ​ຖັດ​ມາ 2 ມື້​ຄືວັນ​ທີ 27, ທ່ານ​ມູ​ຮາ​ເມັດ ອາ​ມັດ ຮູ​ເຊ​ອິນ ຜູ້​ນຳ​ຝ່າຍ​ສາ​ສະ​ໜາ​ອິ​ສ​ລາມ​ເຢ​ລູ​ຊາ​ແລັມກໍ​ໄດ້​ອອກ​ມາ​ປະ​ກາດ​ວ່າ, ​ຂະ​ບວນ​ການ​ຕໍ່​ຕ້ານ​ມາດ​ຕະ​ການ​ເພີ່ມ​ມາດ​ຕະ​ການກວດ​ກາ​ຄວາມ​ປອດ​ໄພ​ຢູ່​ວັດ​ພູຂອງ​ຊາວ​ມຸ​ສ​ລິມ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ