ຈີນກຽມ​ສົ່ງ​ຄູ 120 ຄົນ​ໄປ​ສອນ​ຢູ່​ອາ​ຊຽນ
2017-07-28 16:20:50  cri 
    ຊຸດ​ອົບ​ຮົມ​ຄູ​ອາ​ຈານ​ກ່ອນ​ສົ່ງ​ໄປ​ສອນ​ຢູ່​ຕ່າງ​ປະ​ເທດ​ຂອງ​ຫ້ອງ​ການ​ຊາວ​ຈີນ​ຕ່າງ​ດ້າວ​ລັດ​ຖະ​ບານ​ຈີນ 2017 ໄດ້​​ປິດແລ້ວ​ຢູ່​ເມືອງ​ນານ​ນິງ ສ​ປ ຈີນ​ໃນ​ວັນ​ທີ 27 ກໍ​ລະ​ກົດ​ນີ້ ໂດຍ​ຄູ​ອາ​ຈານ​ຈາກ​ແຫ່ງ​ຕ່າງ​ໆໃນ​ເຂດກວາງ​ຊີ 120 ຄົນ​ຈະ​ໄປ​ສອນ​ຢູ່​ກຳ​ປູ​ເຈ​ຍ, ໄທ, ລາວ, ອິນ​ໂດ​ເນ​ເຊຍ, ຟິ​ລິບ​ປິນ ແລະ​ປະ​ເທດ​ອື່ນໆ.

    ທ່ານ ເລ​ເຈີ້ນ​ກ່າງ ຫົວ​ໜ້າ​ກົມ​ວັດ​ທະ​ນະ​ທຳ​ຫ້ອງ​ການ​ຊາວ​ຈີນ​ຕ່າງ​ດ້າວ​ລັດ​ຖະ​ບານ​ຈີນ ກ່າວ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ເພື່ອ​ຊຸກ​ຍູ້​ການ​ສອນ​ພາ​ສາ​ຈີນ​ຢູ່​ຕ່າງ​ປະ​ເທດ​ໃຫ້​ໄດ້ມາດ​ຖານ, ​ເປັນ​ແບບ​ສະ​ບັບ ແລະ ​ເປັນ​ວິ​ຊາ​ສະ​ເພາະ, ຫ້ອງ​ການ​ຕົນ​ໄດ້​ສົ່ງ​ຄູ​ອາ​ຈານ​ໄປ​ປະ​ເທດ​ທີ່​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ເນັ້ນ​ອາ​ຊຽນ​ເປັນ​ຈຸດ​ໜັກ​ນັ້ນຫຼາຍ​ຂຶ້ນ​ໃນ​ຊຸມ​ປີ​ຜ່ານ​ມາ. ໃນ​ປີ 2017, ຈະ​ມີ​ຄູ​ອາ​ຈານ 1100 ຄົນຈາກ 28 ແຂວງ, ກຳ​ແພງ​ນະ​ຄອນ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ​ໄປ​ສອນ​ຢູ່ໂຮງ​ຮຽນ 260 ກວ່າແຫ່ງໃນ​ທົ່ວ​ໂລກ. ແນວ​ໃດ​ກໍ​ດີ, ຄູ​ອາ​ຈານຫຼາຍ​ຄົນ​ທີ່​ໄປ​ສອນ​ຢູ່​ຕ່າງ​ປະ​ເທດ​ແລ້ວນັ້ນ, ບໍ່​ພຽງ​ແຕ່​​ເນັ້ນ​ການ​ສອນ​ແບບ​ປົກ​ກະ​ຕິ​ເທົ່າ​ນັ້ນ, ຍັງ​​ໄດ້​ສຸມ​ໃສ່​ການ​ສອນ​​ໃນ​ລັກ​ສະ​ນະ​ໃຫ້​ເປັນ​ແບບ​ຢ່າງ, ອົບ​ຮົມ​ຄູ​ອາ​ຈານ​ທ້ອງ​ຖິ່ນ ແລະເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ການ​ສອນ ຖື​ວ່າ​ເປັນ​ການ​ປູກ​ແນວ​ພັນ​ແຫ່ງ​ຄວາມ​ຮູ້​ແລະ​ມິດ​ຕະ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ