ຈີນແລະ​ອາ​ຊຽນ​ຮ່ວມ​ກັນຊຸກ​ຍູ້​ການ​ຮ່ວມ​ມື​ດ້ານການ​ທ່ອງ​ທ່ຽວ​ພາກ​ພື້ນ
2017-07-30 17:44:48  cri 

​ປີ 2017 ແມ່ນ​ປີ​ຮ່ວມ​ມື​ທາງ​ການ​ທ່ອງ​ທ່ຽວ​ຈີນ​ອາ​ຊຽນ, ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຖື​ໂອ​ກາດ​ນີ້​ຮ່ວມ​ກັນ​ສ້າງ​ເວ​ທີ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​​ຕ່າງໆ, ຊຸກ​ຍູ້​ການ​ຮ່ວມ​ມື​​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​​ໄປ​ສູ່​ການ​ມີ​ຂະ​ໜາດ​ໃຫຍ່ກວ່​າ​ເກົ່າ, ຂົງ​ເຂດກວ້າງ​ຂວາງກວ່າ​ເກົ່າ​ແລະລ​ະ​ດັບ​ສູງກວ່າ​ເກົ່າ, ບຸກ​ເບີກ "ເສດ​ຖະ​ກິດສວຍ​ງາມ".

ທ່ານ​ນາງ​ຢາງ​ຊິ້ວ​ພິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ຈີນ-​ອາ​ຊຽນ​​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຫວ່າງ​ມໍ່ໆ​ນີ້ວ່າ, ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ພວມ​ປັບ​ປຸງ​ກົນ​ໄກ​ຮ່ວມ​ມືແລະລົງ​ເລິກ​ການ​ຮ່ວມ​ມື​​ດ້ານການ​ທ່ອງ​ທ່ຽວ​ໂດຍ​ຜ່ານ​ການ​ສ້າງ​​ເວ​ທີແລກ​ປ່ຽນ​ແລະ​ຮ່ວມ​ມື​​ຕ່າງໆ. ​ຂະ​ນະ​ທີ່ສູນ​ຈີນ-ອາ​ຊຽນ​ພວມ​ສຸມ​ໃສ່​ການສ້າງ​​ເວ​ທີຮ່ວມ​ມື​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ, ​ເພື່ອ​ໂຄ​ສະ​ນາຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະ​ພາບຂອງ​ຈີນ​ແລະ​ອາ​ຊຽນ, ຊຸກ​ຍູ້​ອົງການ​ທ່ອງ​ທ່ຽວ​​ຂອງ​ສອງ​ຝ່າຍຕິດ​ຕໍ່​ກັນ, ຊຸກ​ຍູ້​​ການ​ປະ​ດິດ​ສ້າງ​ໃໝ່​ຜະ​ລິດ​ຕະ​ພັນທ່ອງ​ທ່ຽວ.

ຫວ່າງ​ມໍ່ໆ​ນີ້, ທ່ານ​ນາງ​ຢາງ​ຢ້ຽນ​ຢ້ຽນ ຮອງ​ຫົວ​ໜ້າ​ກອງ​ເລ​ຂາ​ງານ​ວາງ​ສະ​ແດງສິນ​ຄ້າ​ຈີນ​ອາ​ຊ​ຽນ​ກ່າວ​ວ່າ, ​​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ 13 ປີ​ມາ​ນີ້, ໄດ້​ພະ​ຍາ​ຍາມຊຸກ​ຍູ້​ການ​ຮ່ວມ​ມື​​ດ້ານ​ການ​ທ່ອງ​ທ່ຽວໃນ​ພາກ​ພື້ນ​​ມາ​ໂດຍຕະຫຼອດ​. ເລີ່ມ​ແຕ່ປີ 2005 ເປັ​ນ​ຕົ້ນ​ມາ, ງານ​ວາ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ກໍ່​ມີ​ລາຍ​ການ "ຕົວ​ເມືອງ​ທີ່ເຕັມ​ໄປ​ດ້ວຍ​ມົນສະ​ເໜ່" ໃນ​ທຸກ​ປີ, ​ໂດຍຈີນ​ແລະ​ບັນ​ດາ​ປະ​ເທດ​​ໃນອາ​ຊຽນ​ໄດ້​ເລືອກ​ຕົວ​ເມືອງ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນຂອງ​ຕົນ​ເປັນ "ຕົວ​ເມືອງ​ທີ່​​ເຕັມ​ໄປ​ດ້ວຍ​ມົນ​ສະ​ເໜ່", ​​ເພື່ອສະ​ແດງ​ການ​ພັດ​ທະ​ນາ​ແລະ​ໂອ​ກາດ​ການ​ຄ້າ​ຂອງ​ຕົວ​ເມືອງ​ແຫ່ງ​ນີ້​ໃນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ​ເຕັ​ກ​ນິກ, ວັດ​ທະ​ນະ​ທຳແລະການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.

ເວບ​ໄຊ​ການ​ທ່ອງ​ທ່ຽວທີ່​ກ່ຽວ​ຂ້ອງ​ໄດ້​ເປີດ​ເຜີຍ​ວ່າ, ໃນ​7 ເດືອນ​ຕົ້ນປີ​ນີ້, ຄົນ​ຈີນ​ທີ່​ໄປ​ທ່ອງ​ທ່ຽວ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ເພີ່ມ​ຂຶ້ນ 2,5 ເທົ່າ​ເມື່ອ​ທຽບ​ໃສ່ ໄລ​ຍະ​ດຽວ​ກັນ​ປີ​​ຂອງ​ປີ​ຜ່ານ​ມາ. ຈີນ​ແລະ​ອາ​ຊຽນ​ຕ່າງ​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ແລະ​​ຕະ​ຫຼາດນັກ​ທ່​ອງ​ທ່ຽງ​ໃຫຍ່​ທີ່​ສຸດ​​ຂອງ​ແຕ່​ລະ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ