4ປະ​ເທດ​ຢ້ຳ​ວ່າ​ກາ​ຕາ​ຕ້ອງ​ປະ​ຕິ​ບັດ​ຕາມຄຳ​ຮຽກ​ຮ້ອງ 13 ຂໍ້
2017-07-31 10:19:58  cri 
ອາ​ຣັບ​ບີ​ຊາ​ອຸ​ດິດ, ເອ​ຢິບ,ສະ​ຫະອາ​ຣັບ​ເອ​ມີ​ເຣດແລະ​ບາ​ເຣນ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້​ໂດຍ​ກ່າວ​ຢ້ຳ​ວ່າ ພຽງ​ແຕ່​ກາ​ຕາ​ປະ​ຕິ​ບັດ​ຕາມ​​ຄຳຮຽກ​ຮ້ອງ 13 ຂໍ້​ເທົ່າ​ນັ້ນ​ທັງ 4 ປະ​ເທດ​ ​ຈິ່ງ​ຈະ​ນັ່ງ​ໂຕະເຈ​ລະ​ຈາ​.

​ທັງ​ນີ້​ໃນວັນ​ທີ 5 ມິ​ຖຸ​ນາ​ຜ່ານ​ມາ, 4 ປະ​ເທດ​ເຊັ່ນ​ອາ​ຣັບ​ບີ​ຊາ​ອຸ​ດິດ​ໄດ້​ປະ​ກາດ​ຕັດ​ສາຍ​ພົວ​ພັນ​ທາງ​ກາ​ນ​ທູດ​ກັບ​ກາ​ຕາ​ທັງ​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ລ້ອມ​ໂດຍ​ຫ້າມຂາຍ​ສິນ​ຄ້າຕາມຂໍ້​ອ້າງ​ທີ່​ປະ​ເທດ​ດັ່ງ​ກ່າວສະ​ໜັ​ບ​ສະ​ໜູນ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ. ​ຈາກ​ນັ້ນ​ກໍມີ​ອີກຫຼາຍ​ປະ​ເທດ​ໄດ້​ປະ​ກາດ​ຕັດ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ກາ​ຕາ. ​ຂະ​ນະ​ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ຕາ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ ໃນ​ວັນ​ທີ 5 ມິ​ຖຸ​ນາ​ຜ່ານ​ມາ​ເຊັ່ນ​ກັນ​ໂດຍ​ສະ​ແດງ​ຄວາມ​ເສຍ​ດາຍ​ແລະ ​ຕົກ​ໃຈ​ທັງ​ເຫັນ​ວ່າມາດ​ຕະ​ການ​ດັ່ງ​ກ່າວ​ ​ບໍ່​ມີ​ເຫດ​ຜົນ​ແຕ່​ປະ​ການ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ