​ສ້າງ​ຕັ້ງສະ​ຫະ​ພັນ​ການ​ສຶກ​ສາ​​ແລະທ່ອງ​ທ່ຽວ​ຈີນ-ອາ​ຊຽນ
2017-07-31 16:39:58  cri 
ວັນ​ທີ 29 ກໍ​ລະ​ກົດ​ນີ້, ສ​ະ​ຫະ​ພັນ​ການ​ສຶກ​ສາ​ແລະ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນໂອ​ກາດ​ສັບປະ​ດາ​ແລກ​ປ່ຽນ​ການ​ສຶກ​ສາ​ຈີນ-ອາ​ຊຽນ​ຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່ວ ສ​ປ ຈີນ.

ສະ​ຫະ​ພັນ​ການ​ສຶກ​ສາ​ແລະ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​​ເປັນ​ການ​ລິ​ເລີ່ມ​ຮ່ວມ​ສ້າງ​ຂຶ້ນ​ໂດຍ​ສູນ​ຈີນ-ອາ​ຊຽນ,ວິ​ທະ​ຍາ​ໄລ​ທ່ອງ​ທ່ຽວ​ກຸ້ຍ​ລິນ​ຮ່ວມ​ກັບ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ແລະ​ບໍ​ລິ​ສັດ​ທ່ອງ​ທ່ຽວ 18 ແຫ່ງ​ຈາກ​ຈີນ​ແລະ​ອາ​ຊຽນ ແລະ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໂດຍມີ​ຈຸດ​ຢືນ​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ທັງ​ປະ​ສານ​ສົມ​ທົບ​ກັບ​ປີ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ 2017ເພື່ອ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ການ​ສຶກ​ສາ​ແລະ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ.​ຂະ​ນະ​ດຽວ​ກັນ​ກໍເນັ້ນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ອາ​ຊຽນ​ເພື່ອຍົກ​ສູງ​ຄຸນ​ນະ​ພາບ​ການ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຮັບ​ໃຊ້​ການ​ກໍ່​ສ້າງ​ເສດ​ຖະ​ກິດ​ແລະ​ການ​ພັດ​ທະ​ນາ​ສັງ​ຄົມ​ໃນ​ພາກ​ພື້ນ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງທ່ຽວ,ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແລະ​ຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມ​​ລະ​ຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ