ມາ​ເລ​ເຊຍ​ຈະ​ໄຕ່​ສວນ​ຄະ​ດີຊາຍ ສ​ປ​ປ ເກົາ​ຫຼີ​ ໃນ​ເດືອນ​ຕຸ​ລາ​ປີ​ນີ້
2017-07-31 11:50:51  cri 
ວັນ​ທີ 28 ກໍ​ລະ​ກົດ​ນີ້, ສານ​ຂັ້ນ​ສູງ​​ຊາ​ໂຄ ຊາ​ອາ​ລານ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ຕົກ​ລົງ​ວ່າ: ເຫດ​ການ​ຊາຍ ສ​ປ​ປ ເກົາ​ຫຼີທີ່​ເສຍ​ຊີ​ວິດ​ຢູ່​ກົວ​ລາ​ລຳ​ເ​ປີ​ເມື່ອ​ເດືອນ​ກຸມ​ພາ​ຜ່ານ​ມາ​ຈະ​ເລີ່ມ​ໄຕ່​ສວນໃນ​ວັນ​ທີ 2 ຕຸ​ລາ​ປີ​ນີ້.

​ສານ​ຂັ້ນ​ສູງ​ຊາ​ໂຄ ​ຊາ​ອາ​ລານໄດ້​ໄຕ່​ຖາມຜູ້​ຕ້ອງ​ສົງ​ໄສ​ສອງ​ຄົນ ຄື ນາງ ດວນ​ທິ​ເຮືອງ ​ອາ​ຍຸ 28 ປີ ​ສັນ​ຊາດ​ຫວຽດ​ນາມ ແລະ ນາງ​ ຊີ​ຕີ ອາຍ​ສ໌​ຢາ ​ອາ​ຍຸ 25 ປີ ສັນ​ຊາດ​ອິນ​ໂດ​ເນ​ເຊຍ ໂດຍທັງ​ສອງໄດ້​ນຸ່ງເສື້ອ​ກັນ​ລູກ​ປືນ​ແລະ​ຖືກ​ສົ່ງ​ໄປ​ສານ​ໃນ​ເວ​ລາ 8 ໂມງ​ຂອງ​ມື້​ດັ່ງ​ກ່າວ. ກ່ອນ​ໜ້າ​ນີ້, ຜູ້​ຕ້ອງ​ສົງ​ໄສທັງ​ສອງ​ຄົນ​ນີ້ໄດ້​ຮັບ​ການ​ໄຕ່​ສວນຢູ່​ສານ​ທ້ອງ​ຖິ່ນ​ຊີ​ປາງ​ປະ​ເທດ​ມາ​ເລ​ເຊຍ​ແລ້ວ 3 ເທື່ອ ແລະສານ​ທ້ອງ​ຖິ່ນ​ຊີ​ປາງ​ກໍໄດ້​ປະ​ກາດ​ໃນ​ວັນ​ທີ 30 ພຶດ​ສະ​ພາ​ຜ່ານ​ມາ​ວ່າ​ຈະ​ສົ່ງ​ຄະ​ດີດັ່ງ​ກ່າວ​ໃຫ້​ສານ​ຂັ້ນ​ສູງ​ຊາ​ໂຄ ຊາ​ອາ​ລານ​ພິ​ຈາ​ລະ​ນາ​ຕັດ​ສິນ.

​ໃນ​ສຳ​ນວນ​ຄະ​ດີຊີ້​ໃຫ້​ເຫັນ​ວ່າ: ນາງ ​ດວນ​ທິ​ເຮືອງ ແລະ ນາງ​ ຊີ​ຕີ ອາຍ​ສ໌​​ຢາ​ພ້ອມ​ດ້ວຍ​ພວກອີກ 4 ຄົນໄດ້​ຖືກ​ຮ້ອງ​ຟ້ອງ​ໃນ​ຂໍ້​ຫາ​ສັງ​ຫານ​ທ້າວ ກິມ​ຊອນ ອາ​ຍຸ 45 ປີ ຢູ່​ສະ​ໜາມ​ບິນ​ສາ​ກົນ​ທີ​ສອງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 13 ກຸມ​ພາ​ຜ່ານ​ມາແລະຖ້າ​ເປັນ​ຄວາມ​ຈິງ,ຈະ​ຖືກ​ລົງ​ໂທດ​ປະ​ຫານ​ຊີ​ວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ