ອົງ​ການ​ລັດ​ຖະ​ມົນ​ຕີ​ການ​ສຶກ​ສາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ເຫັນພ້ອມ​ຮ່ວມ​ມື​ກັບ​ແຂວງ​ກຸ້ຍ​ໂຈ່ວ
2017-07-31 16:35:30  cri 
    ຊຸດ​ອົບ​ຮົມ​ກະ​ກຽມ​ໂຄງ​ການ​ວັດ​ທະ​ນະ​ທຳ​ອາ​ຊີ​ວະ​ສຶກ​ສາ SEAMEO-ຈີນ​ທີ່​ອຸ​ປະ​ຖຳ​ໂດຍ​ອົງ​ການ​ລັດ​ຖະ​ມົນ​ຕີ​ການ​ສຶ​ກ​ສາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ສູນ​ຈີນ-ອາ​ຊຽນ ແລະ​ຈັດ​ໂດຍ​ສະ​ຖາ​ບັນ​ເຕັກ​ນິກ​ອາ​ຊີບ​ການກໍ່​ສ້າງ​ແຂວ​ງ​ກຸ້ຍ​ໂຈ່ວ ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ໃໝ່​ກຸ້ຍ​ອ່ານ ໂດຍ​ນັກ​ວິ​ຊາ​ການການ​ສຶກ​ສາ​​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​​ແລກ​ປ່ຽນ​ບົດ​ຮຽນ​ກ້າວ​ໄປ​ສູ່​ການ​ຮ່ວມ​ມື​​ດ້ານອາ​ຊີ​ວະ​ສຶກ​ສາ​ລະ​ຫວ່າງ​ສອງ​ຝ່າຍ.

    ໃນ​ເວ​ທີ​ປຶກ​ສາ​ຫາ​ລື, ກອງ​ເລ​ຂາ​ອົງ​ການ​ລັດ​ຖະ​ມົນ​ຕີ​ການ​ສຶກ​ສາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ພະ​ແນກ​ສຶກ​ສາ​ທິ​ການ​ແຂວງ​ກຸ້ຍ​ໂຈ່ວ ໄດ້​ເຊັນ​ເອ​ກະ​ສານ​ວ່າ​ດ້ວຍ​ຄວາມ​ປາ​ຖະ​ໜາ​ໃນ​ການ​ຮ່ວມ​ມື ໂດຍ​ສະ​ເໜີ​ວ່າ, ບົນຫຼັກ​ການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ຕ່າງ​ຖອດ​ຖອນ​ບົດ​ຮຽນ​ຂອງ​ກັນ​ແລະ​ກັນ, ສອງ​ຝ່າຍ​ຈະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ສະ​ຖາ​ບັນ​ການ​ສຶກ​ສາ​ແລະ​ນະ​ໂຍ​ບາຍ​ການ​ສຶກ​ສາ, ຊອກ​ຫາ​ຄວາມ​​ສາ​ມາດ​ເປັນ​ໄປ​ໄດ້​ໃນ​ການ​ຮ່ວມ​ມື​ຈັດ​ກອງ​ປະ​ຊຸມ​, ງານ​ວາງ​ສະ​ແດງ ແລະ​ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ານການ​ສຶກ​ສາ​ທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ຮ່ວມ​ຂອງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ