ປິດ​ຄ້າຍ​ຝຶກ​ອົບ​ຮົມ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ປະ​ກອບ​ທຸ​ລະ​ກິດ​ຂອງ​ຊາວ​ໜຸ່ມ​ແມ່​ນ້ຳ​ລ້າງ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທຳ​ອິດ
2017-07-31 16:42:04  cri 
​    ຄ້າຍ​ຝຶກ​ອົບ​ຮົມ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ປະ​ກອບ​ທຸ​ລະ​ກິດ​ຂອງ​ຊາວ​ໜຸ່ມ​ແມ່​ນ້ຳ​ລ້າງ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທຳ​ອິດ ໄດ້​ປິດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ໄຫ ສ​ປ ຈີນ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້​ພາຍຫຼັງ​ດຳ​ເນີນ​ມາ​​ໜຶ່ງ​ອາ​ທິດ​ແລ້ວ ໂດຍ​ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ​ໜຸ່ມ 35 ຄົນ​ຈາກມະ​ຫາ​ວິ​ທະ​ຍາ​ໄລ​ 8 ແຫ່ງ​ຂອງ​ຈີນ, ລາວ, ມຽນ​ມາ, ໄທ, ກຳ​ປູ​ເຈຍ ແລະ​ຫວຽດ​ນາມ ໄດ້​​ຮຽນ​ຮູ້​ການ​ປະ​ດິດ​ສ້າງ​ໂຄງ​ການ​ເອ​ກະ​ລັກ​ສະ​ເພາະ​ແລະ​ການ​ຝຶກ​ອົບ​ຮົມ​ການ​ປະ​ກອບ​ທຸ​ລະ​ກິດ​ຈາກ​ຄະ​ນະ​​ຄູອາ​ຈານ​ສາ​ກົນ.

    ໃນ​ໄລ​ຍະ​ດັ່ງ​ກ່າວ, ຄະ​ນະ​ຄູອາ​ຈານ​ໄດ້​ມາ​ສະ​ເໜີ​ການ​ປະ​ກອບ​ທຸ​ລະ​ກິດ​, ການເປີດ​ຫ້ອງ​ຮຽນ​​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ປະ​ກອບ​ທຸ​ລະ​ກິດ, ເປີດ​ຫ້ອງ​ກາ​ເຟ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ​ຮູບ​ການ​ອື່ນໆ​ ເພື່ອ​ແລກ​ປ່ຽນ​ກັບ​ຊາວ​ໜຸ່ມ​ຢ່າງ​ເລິກ​ເຊິ່ງ ທັງ​ສິດສອນ​ຮວມ​ໝູ່ ແລະ​ຫາ​ຂໍ້​ສະຫຼຸບ​ຕື່ມ​ອີກ​ເພື່ອ​ພະ​ຍາ​ຍາມ​ເຮັດ​ໃຫ້​ໂຄງ​ການ​ປະ​ດິດ​ສ້າງ​ໃໝ່​ໃຫ້​ກາຍ​ເປັນ​ໂຄງ​ການ​ປະ​ກອ​ບ​ທຸ​ລະ​ກິດ. ຂະ​ນະ​ດຽວ​ກັນ ກໍ​ໄດ້​ປະ​ເມີນ​ຄວາມ​ຄືບ​ໜ້າ​ແລະ​ອະ​ນາ​ຄົດ​ຂອງ​ແຕ່​ລະ​ໂຄງ​ການໂດຍ​ລວມ, ທັງ​ຊີ້​ນຳ​ທິດ​ທາງ​ແລະ​ຈຸດ​ສຳ​ຄັນ​ຂອງ​ໄລ​ຍະ​ສອງ ແລະສະ​ເໜີ​​ຄວາມ​ສ່ຽງ​ແລະ​ການ​ລົງ​ທຶນ. ນອກນີ້, ຜູ້​ຕາງ​ໜ້າ​ປະ​ເທດ​ຕ່າງໆ ​ໄດ້​ແບ່ງ​ປັນ​ການ​ອອກ​ແບບ​ແຜນ​ແກ້​ໄຂ​ບັນ​ຫາ​ລຸ່ມ​ແມ່​ນ້ຳ​ຂອງ​ຕົນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ