ຈີນ​ເປີດ​ເສັ້ນ​ທາງ​ການ​ບິນ​ໄຫ​ໂຂວ-ຈາ​ກາ​ຕາ​
2017-08-01 15:38:25  cri 
ເຮືອ​ບິນ​ຖ້ຽວ​ບິນSJ3122ຂອງ​ບໍ​ລິ​ສັດ​ການ​ບິນ​ສ​ຣີ​ວີ​ຈາ​ຢາ​ອິນ​ໂດ​ເນ​ເຊຍ​ທີ່​ບິນຈາກ​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ດັ່ງ​ກ່າວ​ໄດ້​ ເຖິງ​ສະ​ໜາມ​ບິນ​ສາ​ກົນ​ເມີຍ​ລານ​ເມືອງ​ໄຫ​ໂຂວ​ແຂວງ​ໄຫຫຼຳ ສ​ປ ຈີນ​​ແລ້ວໃນ​ຄືນ​ວັນ​ທີ 30 ກໍ​ລະ​ກົດ​ນີ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເປີດ​ເສັ້ນ​ທາງ​ການ​ບິນ​ຈາກ​ໄຫ​ໂຂວ​ຫາ​ຈາ​ກາ​ຕາ​ຢ່າງ​ເປັນ​ທາງ​ການ​ແລະຕາມ​ແຜນ​ການ​ຈະ​ບິນ​ຖ້ຽວ​ໜຶ່ງໃນທຸກໆ​ວັນ​ອາ​ທິດ.

ນະ​ຄອນຫຼວງ​ຈາ​ກາ​ຕາ​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເກາະ​ຊາ​ວາ,ເປັນ​ເມືອງ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ໄດ້​ຮັບນາມ​ມະ​ຍົດ​ເປັນ "ເມືອງ​ແຫ່ງ​ໝາກ​ພ້າວ"​ຄື​ກັນ​ກັບ​ເມືອງ​ໄຫ​ໂຂວ. ຈາ​ກາ​ຕາ​ມີ​ບູ​ຮານ​ສະ​ຖານ​ທີ່​ມີ​ຊື່​ສຽງຫຼາຍ​ແຫ່ງ​ເປັນ​ຕົ້ນ ສວນ​ສາ​ທາ​ລະ​ນະ​ສະ​ໜາມ​ຫຼວງ​ເອ​ກະ​ລາດ,ສຸ​ເຫຼົ່າອິ​ສ​ຕີ​ລານ ແລະ​ອື່ນໆ. ການ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ລະ​ຫວ່າງ​ເມືອງ​ໄຫ​ໂຂວ​ຫາ​ຈາ​ກາ​ຕາ​ຈະ​ເຊື່ອມ​ຕໍ່​ສອງ "ເມືອງ​ແຫ່ງ​ໝາກ​ພ້າວ"​ ກາຍ​ເປັນ​ຂົວ​ທາງ​ອາ​ກາດ​​ທີ່​ສຳ​ຄັນ​ເພື່ອ​ການ​ພົວ​ພັນ​ດ້ານ​ການ​ເມືອງ,ເສດ​ຖະ​ກິດ,ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ