ຈັດງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳຈີນ​ຢູ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ
2017-08-01 15:42:41  cri 

​ "ງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຈີນ​ທີ່​ບໍ່​ແມ່ນ​ວັດ​ຖຸ: ການ​ສືບ​ທອດ​ແລະ​ການ​ປະ​ດິດ​ສ້າງ​"ໄດ້ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ​ນັ້ນ​ໄດ້ ​ເຮັດ​ໃຫ້​ນາຍ​ແລະ​ພົນ​ທະ​ຫານ​ກຳ​ປູ​ເຈຍ​ສາ​ມາດ​ສຳ​ຜັດ​ກັບ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ທີ່​ອຸ​ດົມ​ສົມ​ບູນ​​ຂອງ​ຈີນ.

ງານ​ດັ່ງ​ກ່າວ​ໄດ້​ນຳ​ເອົາ​ເຄື່ອງ​ຫັດ​ຖະ​ກຳ​ແສ່ວ,ຜົນ​ງານ​ສິ​ລະ​ປະ​ການ​ຕັດ​ເຈ້ຍ, ຮູບ​ປັ້ນ​ແປ້ງ​ໝີ່​ແລະ​ອື່ນໆ​ມາ​ວາງ​ສະ​ແດງ ເຊິ່ງ​ມີ​ນາຍ​ແລະ​ພົນ​ທະ​ຫານ​ເປັນ​ຈຳ​ນວນຫຼາຍ​ມາ​ຊົມ​ຢ່າງ​ບໍ່​ຂາດ​ສາຍ. ​ຜູ້​ຈັດ​ງານ​ຂອງ​ຈີນ​ໃຫ້​ຮູ້​ວ່າ: ງານ​ວາງ​ສະ​ແດງ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ຂອງ​ຫັດ​ຖະ​ກຳ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ພ້ອມ​ສີ​ມື​ທີ່​ດີ​ເລີດຂອງ​ສິ​ລະ​ປິນ​ຈີນ​ແລະ​ຫວັງ​ຈະ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສ​ອງ​ຊາດ.

ກິດ​ຈະ​ກຳ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ຜ່ານ​ມາ​ໂດຍ​ໄດ້​ມີ​ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ, ການ​ວາງ​ສະ​ແດງ​ຜົນ​ງານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ, ງານ​ວາງ​ສະ​ແດງ​ຮູບ​ພາບ​, ການ​ສຳ​ມະ​ນາ​ແລະ​ກິດ​ຈະ​ກຳ​ອື່ນໆ ເຊິ່ງ​ດຳ​ເນີນ​ໄປ​ເຖິງວັນ​ທີ 2 ສິງ​ຫາ​ນີ້.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ