ກຸ່ມ​​ປະ​ກອບອາ​ວຸດ​ຕ້ານ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ປະ​ຫານ​ຊີ​ວິດຄົນ​ຕັດ​ໄມ້ 7 ຄົນ
2017-08-01 10:18:46  cri 
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຟີ​ລິບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ​​ວ່າ, ເມື່ອມໍ່ໆ​ມາ​ນີ້, ໄດ້​ພົບ​ເຫັນ​ຊາກ​ສົບ​ຂອງ​ຄົນ​ຕັດ​ໄມ້ 7 ຄົນ​ຢູ່​ບາ​ຊີ​ລັນ ທາງ​ພາກ​ໃຕ້​ຂອງ​ປະ​ເທດ. ຂະ​ນະ​ທີ່ກ່ອນ​ໜ້າ​ນີ້​ພວກ​ເຂົາ​​ຖືກ​ກຸ່ມ​ປ​ະ​ກອບ​ອາ​ວຸດ​ອາ​ບູ​ຊາ​ຢັ​ຟ​ທີ່​ຕໍ່​ຕ້ານ​ລັດ​ຖະ​ບານ​ລັກ​ພາ​ຕົວ.
ເຈົ້າ​ໜ້​າ​ທີ່​ຕຳຫຼວດ​ກ່າວ​ວ່າ, 7 ຄົນ​ດັ່ງ​ກ່າວ​ຖືກ​ກຸ່ມ​ປະ​ກອບ​ອາ​ວຸດ​ອາ​ບູ​ຊາ​ຢັ​ຟ​ລັກ​ພາ​ຕົວ​ຢູ່​ສອງ​ບ້ານ​ເທິງ​ເກາະ​ບາ​ຊີ​ລັນ ໂດຍຕຳຫຼວດ​ທ້ອງ​ຖິ່ນ​ພົບ​ເຫັນ​ຊາກ​ສົບ​ຂອງ​ສອງ​ພໍ່​ລູກ​ໃນ​ວັນ​ທີ 29 ກໍ​ລະ​ກົດ ແລະ​ພົບ​​ອີກ 5 ​ສົບໃນ​ວັນ​ທີ 30 ເດືອນ​ດຽວ​ກັນ.

ກຸ່ມ​ປະ​ກອບ​ອາ​ວຸດ​ອາ​ບູ​ຊາ​ຢັ​ຟ​ສ້າງ​ຕັ້ງ​ຂຶ້ນ​​ເມື່ອ​ຊຸມ​ປີ 1990 ເຊິ່ງ​ເປົ້າ​ໝາຍຕົ້ນ​ຕໍ​ເຄື່ອນ​ໄຫວ​ຢູ່​ພາກ​ໃຕ້​ຟີ​ລິ​ບ​ປິນ ແລະ​ກໍ່​ເຫດໂຈມ​ຕີ​ແລະ​ລັກ​ພາ​ຕົວ​​ມາຫຼາຍ​ເທື່ອ​ແລ້ວ. ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ທ​ະ​ຫານ​ຟີ​ລິບ​ປິນ​ກ່າວ​ວ່າ, ກຸ່ມ​ດັ່ງ​ກ່າວ​ໄດ້​ຈົ່ງ​ຮັກ​ພັກ​ດີ​ຕໍ່​ກຸ່ມ​ຫົວ​ຮຸນ​ແຮງ "ລັດອິ​ສ​ລາມ" ຫຼື IS.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ