ອິນ​ໂດ​ເນ​ເຊຍ​ຄວນ​ຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ເຈ​ລະ​ຈາ RCEP
2017-08-01 16:32:11  cri 
    ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ, ທ່ານ ຊີ​ປູ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ ໄດ້​ພົບ​ປະ​ກັບ​ທ່ານ​ນາງ ມາ​ຣີ ເອ​ນ​ກາ ປັນ​ເກ​ສ​ຕູ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ, ກຳ​ມະ​ການຄະ​ນະ​ບໍ​ລິ​ຫານ​ສູນ​ຄົ້ນ​ຄວ້າ​ບັນ​ຫາ​ຍຸດ​ທະ​ສາດ​ແລະ​ສາ​ກົນ​ຂອງ​ອິນ​ໂດ​ເນ​ເຊຍ ໂດຍ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ເປັນ​ຕົ້ນ​ຕໍ.

    ໂອ​ກາດ​ດັ່ງ​ກ່າວ, ​ທ່ານ​ນາງ ມາ​ຣີ ເອ​ນ​ກາ ປັນ​ເກ​ສ​ຕູ ກ່າວ​ວ່າ, ການ​ເຈ​ລະ​ຈາ RCEP ໄດ້​ຈັດ​ຂຶ້ນ 19 ເທື່ອ​ແລ້ວ, ແຕ່​ກໍຍັງ​ບໍ່​ທັນ​ກ້າວ​ໄປ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ກັນ, ຂະ​ນະ​ທີ່ ​ສູນ​ຄົ້ນ​ຄວ້າ​ບັນ​ຫາ​ຍຸດ​ທະ​ສາດ​ແລະ​ສາ​ກົນ​ຂອງ​ອິນ​ໂດ​ເນ​ເຊຍ ພວມ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ແລະ​ປະ​ເທດ​ຄູ່​ເຈ​ລະ​ຈາ​ໂດຍ​ຜ່ານ​ສອງ​ຊ່ອງ​ທາງ ໂດຍຫວັງ​ວ່າຈະ​ສະ​ທ້ອນ​ຕໍ່ຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ເພື່ອ​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ດັ່ງ​ກ່າວ​ສຳ​ເລັດ​ພາຍ​ໃນ​ປີນີ້.

    ທ່ານ ຊີ​ປູ້ ກ່າວ​ວ່າ, ປັດ​ຈຸ​ບັນ, ການ​ເຈ​ລະ​ຈາ RCEP ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ ເຊິ່ງ​ມີ​ຫຼາຍສາ​ເຫດ. ໃນ​ຖາ​ນະ​ເປັນ​ຜູ້​ລິ​ເລີ່ມ, ອາ​ຊຽນ​ເປັນ​ກຳ​ລັງ​ຕົ້ນ​ຕໍ​ໃນ​ການ​ຊຸກ​ຍູ້​ໃຫ້​ການ​ເຈ​ລະ​ຈາ​ດັ່ງ​ກ່າວ​ມີ​ຄວາມ​ຄືບ​ໜ້າ. ຂະ​ນະ​ດຽວ​ກັນ, ອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ໃນ​ອາ​ຊຽນ ຈຶ່ງ​ຄວນ​​ຕັ້ງ​ໜ້າເສີມ​ຂະ​ຫຍາຍ​ບົດ​ບາດ​​ໃນ​ຂະ​ບວນ​ການ​ເຈ​ລະ​ຈາໃຫ້ຫຼາຍກວ່າ​ເກົ່າ ແລະ​ສູນ​ຄົ້ນ​ຄວ້າ​ບັນ​ຫາ​ຍຸດ​ທະ​ສາດ​ແລະ​ສາ​ກົນ​ ເປັນ​ຄັງ​ປັນ​ຍາ​ທີ່​ສຳ​ຄັນ​ຂອງ​ອິນ​ໂດ​ເນ​ເຊຍ ເຊິ່ງຫວັງ​ວ່າ ​ທັງສອງ​ຊ່ອງ​ທາງ​​ນີ້​ຈະ​ສາ​ມາດ​ຊຸກ​ຍູ້​ການ​ເຈ​ລະ​ຈາ RCEP ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ