ອີ​ຣັກ​ຍື່ນ​ຮ່າງມະ​ຕິ​ຕົກ​ລົງຕ້ານ​ການ​​ກໍ່​ການ​ຮ້າ​ຍ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ
2017-08-02 11:15:17  cri 
ທ່ານ ໄຮ​ເດີ ອານ ອາ​ບັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ກ່າວ​ວ່າ: ປະ​ເທດ​ຕົນ​ໄດ້​ຍື່ນ​ຮ່າງ​ມະ​ຕິ​ຕົກ​ລົງ​ກ່ຽວ​ກັບ​ບັນ​ຫາ​​ການ​ຕ້ານ​ກາ​ນ​ກໍ່ການ​ຮ້າຍ​ສະ​ບັບ​ໜຶ່ງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ບໍ່​ຄວນ​ຫຼຸດ​ຜ່ອນການ​ປາບ​ປາມລັດ​ທິ​ກໍ່​ການ​ຮ້າຍ ໂດຍ​ໃຫ້ສື​ບ​ຕໍ່​ປາບ​ປາມ​ອົງ​ການ​ກໍ່​ການ​ຮ້າຍ​ທີ່​ກຸ່ມ IS ເປັນ​ຕົວ​ແທນ ພ້ອມ​ທັງ​ລົງ​ໂທດຜູ້ທີ່​ສົມ​ຮູ້​ຮ່ວມ​ຄິດກັບ​ຜູ້​ກໍ່​ການ​ຮ້າຍ​ຕາມ​ກົດ​ໝາຍ. ທ່ານ​ ອາ​ບັດ ກ່າວ​ວ່າ: ຕ້ອງ​ຕັດ​ຂາດ​ຊ່ອງ​ທາງ​ການ​ລະ​ດົມ​ຄົນ​ແລະ​​ທຶນ​ຂອງ​ກຸ່ມ IS.

ຜ່ານ​ການ​ເຄື່ອນ​ໄຫວ​ການ​ທະ​ຫານມາ​ເປັນ​ເວ​ລາ 9 ເດືອນ, ລັດ​ຖະ​ບານ​ອີ​ຣັກ​ໄດ້​ປະ​ກາ​ດ​ໄຊ​ຊະ​ນະ​ຫຼັງ​ປົດ​ປ່ອຍ​ເມືອງ​ໂມ​ຊຸນ​ໄດ້​ໃນ​ວັນ​ທີ 10 ກໍ​ລະ​ກົດ​ຜ່ານ​ມາ, ອຳ​ນາດ​ແກນ​ນຳ​ກຸ່ມ IS ​ຢູ່​ເມືອງ​ດັ່ງ​ກ່າວ​ກໍ​ຖືກ​ໂຄ່ນ​ລົ້ມ​ຢ່າງ​ສິ້ນ​ເຊີງ. ປັດ​ຈຸ​ບັນ, ກອງ​ທັບ​ລັດ​ຖະ​ບານ​ອີ​ຣັກ​ພວມ​ວາງ​ແຜນ​ຈະ​ບຸກ​ໂຈມ​ຕີ​ຕານອາ​​ຟາ​ທີ່​​ເປັນ​ຈຸດ​ທີ່​ໝັ້ນ​ອີກ​ຈຸດ​ໜຶ່ງ​ຂອງ​ກຸ່ມ IS ​ຢູ່​​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ​ໂມ​ຊູ​ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ