ລອ​ສ ແອງເຈີ​ລິ​ສ໌​ຈະ​ຈັດ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ 2028
2017-08-02 11:29:21  cri 
ຕອນ​ບ່າຍ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ, ທ່ານ ກາ​ຊິດ​ຕີ ເຈົ້າ​ຄອງ​ເມືອງ​ລອ​ສ ແອງເຈີ​ລິ​ສ໌ລັດ​ກາ​ລີ​ຟໍ​ເນຍ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຖະ​ແຫຼງ​ຂ່າວ ໂດຍ​ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການກຽມຈັດມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ປີ 2028.

ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ຕົກ​ລົງ​​ຫວ່າງ​ມໍ່ໆ​ນີ້​ວ່າ: ຈະ​ປະ​ກາດ​ຕົວ​ເມືອງເປັນ​ເຈົ້າ​ພາບ​ຈັດ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ປີ 2024 ແລະ​ປີ 2028 ​ຢູ່​ນະ​ຄອນ​ຫຼວງ​ລີ​ມາປະ​ເທດ​ເປ​ຣູ​ໃນ​ເວ​ລາ​ດຽວ​ກັນ​ຄື​ໃນເດືອນ​ກັນ​ຍາ​ປີ​ນີ້. ຈາກ​ນັ້ນ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແລະ​ຕົວ​ເມືອງ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ຄື​ປາ​ຣີ​ແລະ ລອ​ສ​ແອງ​ເຈີ​ລິ​ສ໌​ຈະ​ໄດ້​ປຶກ​ສາ​ຫາ​ລື​ກັນ.

ເນື່ອງ​ຈາກ ລອ​ສ ແອງ​ເຈີ​ລິ​​ສ໌​ຍິນ​ດີ​ລໍຖ້າ​ອີກ 11 ປີ​ຈຶ່ງ​ຈະ​ຈັດ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຈະ​ກຳ​ນົດ​ຫຼາຍມາດ​ຕະ​ການ ລວມ​ທັງ​ການ​ເບີກ​ງົບ​ປະ​ມານ​ລ່ວງ​ໜ້າ 1 ຕື້ 800 ລ້ານ ຫາ 2 ຕື້​ໂດ​ລາ​ສະ​ຫະ​ລັດ ເພື່ອ​ສະ​ໜັບ​ສະ​ໜູນການ​ໂຄ​ສະ​ນາ​ປະ​ຊາ​ສຳ​ພັນ​ຕະ​ຫຼາດ​ເປັນ​ໄລ​ຍະ​ຍາວ​ນານ​ແລະ​ຊຸກ​ຍູ້​ວຽກ​ງານ​ກິ​ລາ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທ້ອງ​ຖິ່ນ. ທ່ານ ກາ​ຊິດ​ຕີ ກ່າວ​ວ່າ: ເມື່ອບວກ​ລາຍ​ຮັບ​ຈາກ​ການ​ຂາຍ​ປີ້​ເຂົ້າ​ຊົມ,ເງິນ​ອຸດ​ໜູນ​ແລະ​ອື່ນໆ​ແລ້ວ, ເມືອງ ລອ​ສ ແອງ​ເຈີ​ລິ​ສ໌ ຈະ​ບໍ່​ໄດ້​ເອົາ​ເງິນ​ສ່ວຍ​ສາ​ອາ​ກອນ​ຈາກ​ປະ​ຊາ​ຊົນ​ມາ​ຈັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ