ປາ​ກິ​ສະ​ຖາ​ນ​​ໄດ້​ນາ​ຍົກຄົນ​ໃໝ່​ແລ້ວ
2017-08-02 15:56:30  cri 
ສະ​ພາ​ປະ​ຊາ​ຊົນ​ປາ​​ກິ​ສະ​ຖານ​ປະ​ກາດ​ໃນ​ວັນ​ທີ 1 ສິງ​ຫາ​ນີ້​ວ່າ, ໃນ​ການ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຈັ​ດ​ຂຶ້ນ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານຊາ​ຮິດ ຮາ​ຄັນ ອັບ​ບາ​ຊິ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ສະ​ຫະ​ພັນ​ມຸ​ສ​ລິມ​ປາ​​ກິ​ສະ​ຖານ​ເຊິ່ງ​ເປັນ​ພັກ​​ກຳ​ອຳ​ນາດ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່.

ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ, ສານ​ສູງ​ສຸດ​ປາ​ກິ​ສະ​ຖານ​ໄດ້​ຕັດ​ສິນ​ຄະ​ດີ​ຂອງ​ຕະ​ກຸນຊາ​ຣິຟກ່ຽວ​​ກັບ​ການ​ສໍ້​ລາດ​ບາງ​ຫຼວງ​ໂດຍ​ຕັດ​ສິນ​ໃຫ້​ທ່ານ​ຊາ​ຣິ​ຟ​ພົ້ນ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​. ຫຼັງ​ຈາ​ກ​ນັ້ນ, ​ສະ​ຫະ​ພັນ​ມຸ​ສ​ລິມ​ປາ​ກິສະ​ຖານ​​ກໍປະ​ກາດ​ໃນ​ວັນ​ທີ 29 ​ເດືອນ​ດຽວ​ກັນ​ໂດຍ​, ສະ​ເໜີ​ທ່ານ​ເຊ​ບັ​ສ ຊາ​ຣິ​ຟ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່, ທ່ານຊາ​ຮິດ ຮາ​ຄັນ ອັບ​ບາ​ຊິ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊົ່ວ​ຄາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ