ເບ​ລາ​ຣຸດ​ແຂ່ງ​ຂັນ​ຄວາມ​ໄວ​ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ (ວິ​ດີ​ໂອ)
2017-08-02 16:29:50  cri 

 

ກ່ອນ​ໜ້າ​ນີ້​ບໍ່​ດົນ, ປະ​ເທດ​ເບ​ລາ​ຣຸດ​ໄດ້​ຈັດການ​ແຂ່ງ​ຂັນ​ຄວາມ​ໄວ​ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມິ​ນສ໌ກ໌​ປະ​ເທດ​ດັ່ງ​ກ່າວ​ໂດຍ​​ບັນ​ດານັກ​ແຂ່ງ​ທຸກ​ໄວ​ໄດ້​ບັນ​ຊາ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທີ່​ຕົນ​ຜະ​ລິດ​ເອງ​ແຂ່ງ​ຂັນ​ກັນ​ຜ່ານ​ອຸ​ປະ​ສັກ. ສຳ​ລັບ​ຜູ້​ຊະ​ນະ​ເລີດ​ຈະໄດ້ໂອ​ກາດ​ເຂົ້າ​ຮ່ວມແຂ່ງ​ຂັນ​ຄວາມ​ໄວ​ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທົ່ວ​ໂລກ​ໃນ​ປີ​ໜ້າ.

​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ແຂ່ງ​ຂັນ​ຄວາມ​ໄວ​ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ກຳ​ລັງກາຍ​ເປັນກິ​ລາ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຢ່າງກວ້າງ​ຂວາງ​ຈາກ​ຜູ້​ນິ​ຍົມ​ເຮືອ​ບິນ​ຈຳ​ລອງ​ຢ່າງວ່ອງ​ໄວ​ໂດຍ​ຜູ້​ເຂົ້າ​ຮ່ວມ​ຕ້ອງ​ຜະ​ລິດ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທີ່​ຄວບ​ຄຸມ​ໂດຍ​ວິ​ທະ​ຍຸ​ນັ້ນ​ດ້ວຍ​ຕົນ​ເອງ, ເວ​ລາ​ແຂ່ງ​ຂັນ​ກໍ​ໃສ່​ໝວກ​ພິ​ເສດ​ທີ່​ສາ​ມາດ​ຮັບ​ສັນ​ຍານ​ພາບ​​ສົ່ງ​ມາຈາກ​ກ້ອງ​ຖ່າຍ​ທີ່​ຕິດ​ຕັ້ງ​ຢູ່​ເຮືອ​ບິນ​ນັ້ນ​ເພື່ອຄວບ​ຄຸມ​ໃຫ້​ເຮືອ​ບິນ​ບິນ​ຜ່ານ​ອຸ​ປະ​ສັກ​ຕ່າງໆ​ດ້ວຍ​ຄວາມ​ໄວ​ສູງ​ເຊິ່ງຜູ້​ທີ່​ບັນ​ຊາ​ເຮືອ​ບິນ​ໃຫ້​ບິນ​ໄວ​ກວ່າ​ໝູ່​ທັງ​ບິນ​ຜ່ານ​ອຸ​ປະ​ສັກ​ໄດ້​ນັ້ນ​ຖື​ວ່າເປັນ​ຜູ້​ຊະ​ນະ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ