ຟິ​ລິບ​ປິນ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເພື່ອກອງ​ປະ​ຊຸມ​ອາ​ຊຽນ
2017-08-02 16:27:22  cri 
    ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຟິ​ລິບ​ປິນ ຖະ​ແຫຼງ​ໃນ​ວັນ​ທີ 1 ສິງ​ຫານີ້​ວ່າ, ໄດ້​ຈັດ​ວາງ​ຕຳຫຼວດຫຼາຍກວ່າ 13.000 ຄົນ​ຢູ່​ນະ​ຄອນຫຼວງ​ມ​ນະນີ​ລາ ແລະ​ຈະ​ໃຊ້​ມາດ​ຕະ​ການ​ຄວບ​ຄຸມ​ຢ່າງ​ໃກ້​ຊິດ ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ໄຂ​ກອງ​ປະ​ຊຸມ​ຕ່າງໆ​ຂອງ​ອາ​ຊຽນ.

    ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ, ຟິ​ລິບ​ປິນ​ຈະ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ, ກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ແລະ​ຈີນ, ຍີ່​ປຸ່ນ, ສ.ເກົາຫຼີ ຫຼື 10+3, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ, ເວ​ທີ​ປຶກ​ສາ​ຫາ​ລື​ພາກ​ພື້ນ​ອາ​ຊຽນ ແລະ​ກອງ​ປະ​ຊຸມ​ອື່ນໆ ແລະ​ຍັງ​ຈະ​ຈັດພິ​ທີ​ສະຫຼອ​ງວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ​ນຳ​ອີກ.

    ເຈົ້າ​ໜ້າ​ທີ່​ຕຳຫຼວດ ກ່າວ​ວ່າ, ປັດ​ຈຸ​ບັນ ຍັງ​ບໍ່​ທັນ​ພົບ​ການ​ຂົ່ມ​ຂູ່​ໃດໆ​ທີ່​ແນ​ໃສ່​ກອງ​ປ​ະ​ຊຸມ​ຕ່າງໆ​ຂອງ​ອາ​ຊຽນ, ແຕ່​​ແນວ​ໃດ​ກໍ​ຕາມ, ຍັງ​ຈະ​ໃຊ້​ມາດ​ຕະ​ການ​ຕິດ​ຕາມ​ຄວບ​ຄຸມ​ຢ່າງ​ໃກ້​ຊິດ​ຕໍ່​ບາງ​ກຸ່ມ​ໃນ​ບາງ​ເຂດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ການ​ໃດໆ​ທີ່​​ຈະ​ຂົ່ມ​ຂູ່ຕໍ່ກອງ​ປະ​ຊຸມ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ