ຟິ​ລິບ​ປິນ​ກາຍ​ເປັນ​ປະ​ເທດ​ທີ່​ຜູ້​ຕິດ​ເຊື້ອ​ພະ​ຍາດ​ເອດ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ
2017-08-02 16:32:16  cri 
    ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟິ​ລິບ​ປິນ ໄດ້​​ລາຍ​ງານ​ໂດຍອ້າງ​ຕາມ​ບົດ​ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເພື່ອ​ວາງ​ແຜນ​ຕ້ານ​ພະ​ຍາດ​ເອດ ຫຼື UNAIDS ໃນ​ວັນ​ທີ 1 ສິງ​ຫານີ້​ວ່າ, ປະ​ເທດ​ຕົນ ໄດ້​ກາຍ​ເປັນ​ປະ​ເທດ​ທີ່ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ເອດ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.

    ທ່ານ​ນາງ ປາວ​ລິນ ອູ​ເບຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟິ​ລິບ​ປິນ ກ່າວ​ໃນ​ງານ​ຖະ​ແຫຼງ​ຂ່າວ​ວ່າ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ເອດ​ໃນ​ທົ່ວ​ປະ​ເທດ​ໄດ້ເພີ່ມ​ຈາກ 4300 ຄົນ​ໃນ​ປີ 2010 ​ຂຶ້ນ​ເປັນ 10.500 ຄົນ​ໃນ​ປີ 2016 ເຊິ່ງ​​ເພີ່ມ​ຂຶ້ນຫຼາຍກວ່າ 140%. ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ UNAIDS, ຜູ້​ຕິດ​ເຊື້ອ​ພະ​ຍາດ​ເອດ​ຢູ່ຟິ​ລິບ​ປິນ​ໄດ້​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.

    ທ່ານ​ນາງ ອູ​ເບຍ ໃຫ້​ຮູ້​ວ່າ, ໃນ​ຈຳ​ນວນ​ຜູ້​ຕິດ​​ເພີ່ມ​ໃໝ່ນັ້ນ, 2 ສ່ວນ 3 ແມ່ນ​ຊາວ​ໜຸ່ມ​ທີ່​ມີ​ອາ​ຍຸແຕ່ 15-24 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ