6 ເດືອນ​ຕົ້ນ​ປີ​ນີ້, ຈີນ​ບັນ​ລຸ​ມູນ​ຄ່າການ​ຊື້​ເຄື່ອງ​ໃຊ້ໄຟ​ຟ້າ​​ໃນ​ເຮືອນທາງ​ອິນ​ເຕີ​ເນັດ​​ຫຼາຍກວ່າ 200 ຕື້ຢວນ
2017-08-03 16:19:21  cri 
ສະ​ຖາ​ບັນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂະ​ແໜງ​ການ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕ​ຣນິກ​ຂອງກະ​ຊວງ​ອຸດ​ສາ​ຫະ​ກຳແລະ​ຂໍ້​ມູນ​ຂ່າວ​ສານ​ຈີນ​ເປີດ​ເຜີຍ "ບົດ​ລາຍ​ງານວິ​ເຄາະ​ການ​ຊື້​ເຄື່ອງ​​ໃຊ້ໄຟ​ຟ້າ​​ໃນ​ເຮືອນທາງ​ອິນ​ເຕີ​ເນັດ​ໃນ 6 ເດືອນ​ຕົ້ນ​ປີ 2017" ໃນ​ວັນ​ທີ 2 ສິງ​ຫາ​ນີ້​​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຕະ​ຫຼາດ​ຊື້​ເຄື່ອງ​​ໃຊ້ໄຟ​ຟ້າ​ໃນ​ເຮືອນ​ທາງ​ອິນ​ເຕີ​ເນັດ​ໄດ້​ບັນ​ລຸ​ເຖິງ 216 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 16,9%. ຂະ​ນະ​ທີ່ຕະ​ຫຼາດ​ຊື້​​ເຄື່ອງ​ທາງ​ອິນ​ເຕີ​ເນັດ​ນັບ​ມື້​ນັບສູງ​ຂຶ້ນ, ແລະຍີ່​ຫໍ້​ຈີນ​​ກໍ​ເປັນ​ເປົ້າ​ໝາຍ​ຕົ້ນ​ຕໍ. ​ທັງນີ້​ສະ​ແດງ​ໃຫ້​ເຫັນ​ວ່າເຄື່ອງ​ໃຊ້​ໄຟ​ຟ້າ​​ໃນ​ເຮືອນ​ທີ່​ຈີນ​ຜະ​ລິດ​ນັ້ນ​ພວມ​ມີຄຸນ​ນະ​ພາບ​ແລະ​ອິດ​ທິ​ພົນ​ສູງ​ຂຶ້ນ, ແລະໄດ້​ຮັບ​ຄວາມ​ນິ​ຍົມ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຜູ້​ບໍ​ລິ​ໂພກ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ